ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-27 18:07:33    
ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊ​ຽນ​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ແລະ​ແທ່ນ​ອັນ​ສຳຄັນ​ຂອງ​ການ​ຮ່ວມ​ມື​ຫຼາຍ​ຂົງ​ເຂດ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ27 ​ເມສາ​ນີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ຄະນະ​ຢ້ຽມຢາມຂອງ​ສື່​ມວນ​ຊົນ​​ແຫ່ງ​ຊາດກຳປູ​ເຈຍ​ຢູ່​ນານ​ນິງ,ທ່ານ​ເຈີ້​ງຈຸ່ນ​ຈ້ຽນ ຮອງ​ເລຂາທິຫານ​ໃຫຍ່ຄະນະ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊ​ຽນກ່າວ​ວ່າ,​ໃນ​ຖານ​ເປັນ​ງານ​ວາງສະ​ແດງ​ອັນ​ໃຫຍ່​ໂຕ​ທີ່​ຈີນ​ແລະ11ປະ​ເທດ​ອາຊ​ຽນຮ່ວມ​ກັນຈັດ​ຂຶ້ນ,ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊ​ຽນໄດ້​ກາຍ​ເປັນ​ຊ່ອງ​ທາງ​ແລະ​ແທ່ນສຳຄັນ​ຂອງ​ການ​ຮ່ວມ​ມື​ຫຼາຍ​ຂົງ​ເຂດ.

ທ່ານ​ເຈີ້​ງຈຸ່ນ​ຈ້ຽນກ່າວ​ວ່າ,ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊຽນບໍ່ພ​ຽງ​ແຕ່​ແມ່ນ​ແທ່ນ​ທີ່​ດີທີ່​ສຸດ​ຂອງ​ການ​ຮ່ວມ​ມື​ດ້ານ​ຕ່າງໆ​ເຊັ່ນ​ການ​ຄ້າ​ສາກົນ,ການ​ລົງທຶນ,ການທ່ອງທ່ຽວ,ວັດທະນະທຳ​ເປັນ​ຕົ້ນ​ເທົ່າ​ນັ້ນ,ກໍ່​ແມ່ນ​ສະຖານ​ທີ່​ການທູດອັນ​ສຳຄັນ,ງານ​ວາງສະ​ແດງ​ສິນຄ້າ​ຍັງ​ຊຸກຍູ້​ການ​ຄ້າ​ສອງ​ຝ່າຍ​ໃຫ້​ພັດທະນາ​ຢ່າງ​ວ່ອງ​ໄວ.

ເດືອນ​ຕຸລາ​ປີ​ນີ້,ງານ​ວາງສ​ະ​ແດ​ງສິນຄ້າ​ຈີນ​ອາຊ​ຽນຄັ້ງ​ທີ5ຈະ​ຈັດ​ຂຶ້ນ​ຢູ່​ນານ​ນິງ​.ປີ​ນີ້​ແມ່ນ​ຈີນ​ກັບ​ກຳປູ​ເຈຍ​ສ້າງການ​ພົວພັນ​ການ​ທູດ​ຄົບຮອບ50ປີ,​ໃນ​ໄລຍະ​ງານ​ວາງສະ​ແດງ​ຈະ​ຈັດ​ກິດຈະກຳ​ຕ່າງໆ​ກ່ຽວ​ກັບໄມ​ຕີ​ຈິດ​ຈີນ​ກຳປູ​ເຈຍ​.