ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-27 19:27:34    
ທ່ານ​ຊີ​ຈີ້​ນພີ​ງພົບ​ປະ​ທ່ານຢາງ ​ເດ​ວີ​ດ ​ເລວີ​ດ ທີ່​​ປຶກສາການ​ຕ່າງປະ​ເທດ​ຂອງ​ປະທານາທິບໍດີ​ຝະລັ່ງ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ27 ​ເມສາ​ນີ້,ທ່ານ​ຊີ​ຈີ້​ນພີ​ງ ຮອງ​ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ເລ​ວີ​ດ ທີ່​​ປຶກສາ​​ການ​ຕ່າງປະ​ເທດຂອງ​ປະທານາທິບໍດີ​ຝະລັ່ງ.

ທ່ານ​ຊີ​ຈີ້​ນພີ​ງກ່າວ​ເນັ້ນ​ວ່າ,ການປັບປຸງ​ແລະ​ຂະ​ຫຍາ​ຍການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ຝະລັ່ງ,ບໍ່ພ​ຽງ​ແຕ່​ສອດຄ່ອງ​ກັບຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ສອງ​ປະ​ເທດ,ກໍ່​ມີ​ຜົນ​ດີ​ຕໍ່​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ໂລກ.ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ຝະລັ່ງ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ບັນຫາ​ທີ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຝະລັ່ງ​ປະ​​ເຊີນ,ຖືພາ​ກສ່ວນ​ໃຫຍ່​ເປັນ​ເດີນ​ພັນ,​​ໃຊ້​ການກະທຳ​ຕົວ​ຈິງ,ພະຍາຍາມຮ່ວມກັບ​ຝ່າຍ​ຈີນ,​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຝະລັ່ງສືບ​ຕໍ່​ຂະ​ຫຍາ​ຍ​ໄປ​ໜ້າຢ່າງປອດ​​ໃສ​ແລະ​ໝັ້ນ​ທ່ຽງ.

ທ່ານ​ເລ​ວີ​ດກ່າວ​ວ່າ,ລັດຖະບານ​ຝະລັ່ງ​ແລະ​ທ່ານປະທາ​ນາ​ທິບໍດີ​ຊາ​ໂກ​ຊີ​ເອົາ​ໃຈ​ໃສ່ໃນ​ລະດັບ​ສູງ​ນຳ​ການປົວ​ແປງ​ແລະ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຝະລັ່ງ​ກັບ​ຈີນ,ຍິນ​ດີ​ທຳ​ຄວາມ​ພະຍາຍາມທຸກ​ຢ່າງ​ເພື່ອ​ເລື່ອງ​ນີ້.ຝະລັ່ງ​ຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ​ຢ່າງ​ຈະ​ແຈ້ງ,ຮັບຮອງ​ວ່າ​ຕິ​ເບ​ດ,​ໄຕ້ຫວັນ​ລ້ວນ​ແຕ່​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ຕັດແຍກ​ບໍ່​ໄດ້​ຂອງ​ດິນ​ແດນ​ຈີນ.ຝະລັ່ງ​ອວຍພອນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງໄດ້​ຮັບ​ຜົນສຳ​ເລັດ.