|
 |
(GMT+08:00)
2008-04-28 10:25:33
|
 |
ບົດວິຈານຂອງຫນັງສືພິມເຢີນມີນຢື້ປ້າວກ່າວວ່າການລົບກວນງານກິລາໂອລິມປິກແມ່ນບໍ່ຖືກໃຈຄົນ
cri
ຫນັງສືພິມເຢີນມີນຢື້ປ້າວສະບັບວັນທີ 28 ເມສານີ້ ໄດ້ພິມບົດວິຈານທີ່ພາດຫົວເລື່ອງວ່າ: ການລົບກວນງານກິລາໂອລິມປິກບໍ່ຖືກໃຈຄົນ.
ບົດວິຈານກ່າວວ່າ,ງານກິລາໂອລິມປິກແມ່ນຄວາມຫວັງແລະຄວາມໃຝ່ຝັນຂອງທົ່ວມວນມະນຸດ,ໄດ້ບັນທຶກອາລົມຂອງຊາວໂລກທີ່ມຸ່ງຫາສັນຕິພາບແລະຄວາມກ້າວຫນ້າ.ໃນຮ້ອຍກວ່າປີມານີ້, ກິລາໂອລິມປິກສະໄຫມໃຫມ່ໄດ້ກາຍເປັນຊ່ອງທາງທີ່ໃຫ້ປະເທດຕ່າງໆ ຊົນເຜົ່າຕ່າງໆແລະຄົນທີ່ມີຄວາມເຊື່ອຖືຕ່າງໆຊົມໃຊ້ຄວາມສີວິໄລແລະສົນທະນາແລກປ່ຽນກັນ. ການກະທຳຂອງຄົນສ່ວນຫນ້ອຍທີ່ລົບກວນງານກິລາໂອລິມປິກ, ເດັດ ຂາດບໍ່ສາມາດຕາງຫນ້າຄວາມມຸ້ງມາດປາດຖະຫນາລວມໃນໂລກ.ຫວ່າງແລ້ວນີ້, ທ່ານໂລເກີ ປະທານຄະນະກຳມະການໂອລິມປິກສາກົນ ທ່ານເລວິດ ທີ່ປຶກສາການຕ່າງປະເທດຂອງປະທານາທິບໍດີຝຣັ່ງແລະທ່ານອື່ນໆພ້ອມກັບນັກກິລາອາເມລິກາຮ້ອຍກວ່າຄົນທະຍອຍກັນກ່າວວ່າ, ຄັດຄ້ານການເອົາງານກິລາໂອລິມປິກຫັນເປັນບັນຫາການເມືອງ.ການສົ່ງຕໍ່ທວນໄຟຍິ່ງໄດ້ຮັບຄວາມສະຫນັບສະຫນູນຢ່າງອົບອຸ່ນຈາກປະຊາຊົນປະເທດຕ່າງໆ.
ບົດຄວາມຊີ້ອອກວ່າ, ເລື່ອງຈິງເຫລົ່ານີ້ລ້ວນແຕ່ສະແດງໃຫ້ເຫັນວ່າ, ງານກິລາໂອລິມປິກແມ່ນງານມະຫະກຳຂອງທົ່ວມວນມະນຸດ,ການມີເຈດຕະນາລົບກວນງານກິລາໂອລິມປິກ,ແລະເອົາງານກິລາໂອລິມປິກປັກກິ່ງຫັນເປັນບັນຫາການເມືອງນັ້ນແມ່ນບໍ່ຖືກໃຈຄົນ.
|
|
|