ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-28 15:37:48    
ປະ​ລິ​ມານ​ສະ​ສົມ​ສະ​ບຽງ​ອາ​ຫານ​ໃນ​ສາງ​ຂອງ​ຈີນ​ຫຼາຍ​ກວ່າ​ມາດ​ຕະ​ຖານ​ຄວາມ​ປອດ​ໄພ​ສາ​ກົນ​ຢ່າງ​ຫຼວງ​ຫຼາຍ

cri
ຕາມ​ຂ່າວCRI,​ໂດຍ​ແນ​ໃສ່​ຕອບ​ໂຕ້​ຄວາມ​ເວົ້າ​ທີ່​ວ່າ​ປະລິມານ​ສະບຽງ​ອາຫານ​ໃນ​ສາງ​ຂອງ​ຈີນມີ​ໜ້ອຍ,ວັນ​ທີ28​ເມສາ​ນີ້,ທ່ານນາງ​ລິວ​ຕຸ່ງຈູ ​ເຈົ້າ​ໜ້າ​ທີ່​ກົມ​ສະບຽງ​ອາຫານ​ແຫ່ງ​ຊາດ​ຈີນຊີ້​ອອກ​ວ່າ,ປັດຈຸບັນ,ຍອດ​ປະລິມານ​ສະບຽງ​ອາຫານ​ໃນ​ສາງ​ຂອງ​ຈີນ​ຫຼາຍ​ກວ່າ​ມາດ​ຕະຖານຄວາມ​ປອດ​ໄພ​ທີ່​ອົງການອາຫານ​ແລະ​ການ​ກະ​ເສດຂອງສະຫະ​ປະຊາ​ຊາດ​ຫຼື​ຟາ​ວ(FAO)ກຳນົດ​ນັ້ນ​ຢ່າງ​ຫຼວງ​ຫຼາຍ.

ທ່ານ​ນາງລີ​ວຕຸ່ງຈູ ໃຫ້​ທັດ​ນະ​ນະ​ດັ່ງກ່າວ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​CRIຢູ່​ປັກ​ກິ່ງ.ນາງ​ກ່າວ​ວ່າ,ຜົນ​ຜະລິດ​ທັນ​ຍາ​ຫານ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ໃນ4​ປີ​ລຽນຕິດ,ປະລິມານ​ສະບຽງ​ອາຫານ​ສະ​ເລ່ຍຕໍ່​ຫົວ​ຄົນ​ໃນ​ປີ​ກາຍ​ນີ້​ໄດ້​ຫຼາຍ​ກວ່າ​ລະດັບ​ສະ​ເລ່ຍຂອງ​ໂລກ​ຢ່າງ​ຫຼວງ​ຫຼາຍ.

ນາງ​ກ່າວ​ວ່າ,​ໃນ​ບັນຫາ​ສະບຽງ​ອາຫານ,ຈີນ​ຍຶດໝັ້ນ​ທິດ​ທາງ​ທີ່​ເພິ່ງ​ຕົນ​ເອງ​ເພື່ອ​ຮັບ​ປະ​ກັນ​ການ​ສະໜອງ​ສະບຽງ​ອາຫານ​ໂດຍ​ພື້ນຖານ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,​ອັດ​ຕາ​ກຸ້ມ​ຕົນ​ເອງ​ແມ່ນ​ຮັກ​ສາ​ຢູ່​ໃນ​ລະ​ດັບ​95%​ຂຶ້ນ​ໄປ.​ປະ​ລິ​ມານ​ການ​ນຳ​ເຂົ້າ​ທັນ​ຍາ​ຫານໃນ​ປີ​ກາຍ​ນີ້​ກວມ​ຍອດ​ປະ​ລິ​ມານ​ການ​ຄ້າ​ດ້ານ​ທັນ​ຍາ​ຫານ​ໃນ​ທົ່ວ​ໂລກ​ບໍ່​ຮອດ​1%.​ຜົນ​ສະທ້ອນ​ຂອງ​ຈີນ​ທີ່​ມີ​ຕໍ່​ລາຄາ​ສະບຽງ​ອາຫານ​ໃນ​ຕະຫຼາດ​ສາກົນ​ແມ່ນ​ມີ​ໜ້ອຍ​ທີ່​ສຸດ.