ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-28 16:24:02    
ນະ​ຄອນ​ເທດ​ສະ​ບານ​ຂອງ​6 ​ແຂວງ​ພາກ​ກາງ​ຈີນ​​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 27 ​ເມສາ​ນີ້,​ໃນ​ເວທີ​ປຶກສາ​ຫາລື​ເຈົ້າ​ຄອງ​ນະຄອນ​ເພື່ອການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ງານ​ວາງສະ​ແດງ​ສິນຄ້າແລະ​ການລົງທຶນ​​ພາກ​ກາງ​ຈີນ​ຄັ້ງ​ທີ 3 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ອູ​ຮ້ານ ​ແຂວງ​ເຫີ​ເປ​ຂອງ​ຈີນ, 6 ນະຄອນ​ເທດ​ສະ​ບານ​ແຂວງ​ພາກ​ກາງໄດ້​ຮ່ວມ​ກັນ​ລົງນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​,​ໂດຍສະ​ເຫ​ນີວ່າຈະ​ເພີ່ມ​ການ​ສ້າງ​ສິ່ງ​ແວດ​ລ້ອມທຳ​ມະ​ຊາດ​ຮ່ວມ​ກັນໃນ​ພາກ​ພື້ນ​,ຊຸກຍູ້​ໃຫ້​ປະຊາກອນ ຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມກົມ​ກຽວ​ກັນ.​ໃນ​ບົດ​ບັນທຶກ​​ຄວາມ​ເຂົ້າ​ໃຈ​, 6 ນະຄອນ​ໄດ້​ໃຫ້​ຄຳ​ຫມັ້ນ​ສັນຍາ​ວ່າ,ຕ້ອງ​ພັດທະນາ​ອຸດສາຫະກຳ​​​ເຕັກນິກ​ສູງ​ຢ່າງ​ແຂງ​ແຮງ,ສົ່​ງ​ເສີມ​ໃຫ້​ພັດທະນາ​ເສດຖະກິດ​​ແບບຫມູນວຽນ,​ເພີ່ມ​ການ​ຮ່ວມ​ມື​ດ້ານ​ອະນຸລັກ​ສິ່ງ​ແວດ​ລ້ອມ,​ເຮັດ​ວຽກ​ດ້ານປະ​ຢັດ​​ພະລັງງານ​ແລະຫຼຸດ​ການ​ລະບາຍມົນ​ລະ​ພິດໃຫ້​ຫນ້ອຍ​ລົງຢ່າງ​​ເດັ່ນຊັດ​ໃນ​ຂະ​ແຫນງ​ການສຳຄັນ​​ແລະ​ຂົງ​ເຂດສຳຄັນ, ຈຳກັດ​ວິ​ສາ​ຫະກິດ​ທີ່​ສິ້ນ​ເປືອງ​ພະລັງ ງານຫຼາຍແລະລະບາຍ​ມົນ​ລະ​ພິດຢ່າງ​ຫຼວງ​ຫຼາຍທີ່​ເພີ່ມ​ຂຶ້ນໄວ​​​, ​ເຊົາ​ໃຊ້ເຕັກນິກ​ຜະລິດ​ທີ່​ຫຼ້າ​ຫຼັງ​ຢ່າງ​ເດັດຂາດ.

 ມື້​ດຽວ​ກັນ,​ໃນ​ເວທີ​ປຶກສາຫາລືເທື່ອ​ນີ້,ນາງ​ມາ​ສິວ​ຮົງ  ລັດຖະມົນຕີ​ຊ່ອຍ​ວ່າ​ການກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ກະຊວງ​ການ​ຄ້າ​​ໄດ້​​ໃຊ້​ມາດ​ຕະການ​ດ້ານ​ຕ່າງໆ​ເຊັ່ນ:ສະຫນັບສະຫນູນ​ພາກ​ກາງ​ສ້າງ​ລະບົບ​ເກັບ​ຄືນ​ແລະ​ນຳ​ໃຊ້​ຊັບ ພະຍາກອນ​ທີ່​ເກີດ​ໃຫມ່​ໄດ້​ແລະ​ຊີ້ນຳ​ໃຫ້ວິ​ສາ​ຫະກິດ​ທີ່​ດຳ​ເນີນການ​ຜະລິດໃນພາກ​ກາງ​​ໃຫ້ປະ​ຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ ໃຫ້​ຫນ້ອຍ​ລົງ​​ເປັນ​ຕົ້ນ,​ເພື່ອ​ຊຸກຍູ້​ໃຫ້​ພາກ​ກາງ​ບັນລຸ​​ເປົ້າ​ຫມາຍ​ການ​ພັດທະນາ​ທີ່ປະ​ຢັດ​ຊັບພະຍາກອນ​ແລະ​​ອະ​ນຸລັກສິ່ງ​ແວດ​ລ້ອມ​ໄປ​ພ້ອມໆ​ກັນ​.