ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-28 18:24:42    
ທ່ານ​ລິວ​ກຸ້ຍ​ຈີ່ນກ່າວ​ເນັ້ນ​ວ່າ,ການ​ຮ່ວມ​ມື​ລະຫວ່າງ3ຝ່າຍ​ຄື​ຈີນ ສະຫະພາບ​ເອີ​ລົບ​ແລະ​ອາ​ຟຼິກາ​ຄວນ​ໂຄລົບ ​ອະທິປະ​ໄຕ​​ແລະກຽດ​ສັກ​ສີຂອງ​ປະ​ເທດ​ອາ​ຟຼິກາຢ່າງ​ເຕັມທີ່

cri

ຕາມ​ຂ່າວcri:ວັນ​ທີ28 ​ເມສາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ເອກ​ອັກຄະ​ລັດຖະທູດ​ລິວ​ກຸ້ຍ​ຈີ່ນ ຜູ່​ແທນ​ພິ​ເສດ​ວຽກ​ງານ​ອາ​ຟຼິກາ​ຂອງ​ລັດຖະບານ​ຈີນ​ກ່າວ​ເນັ້ນ​ວ່າ,ການ​ຮ່ວມ​ມື3ຝ່າຍ​ຄື​ຈີນ,ອາ​ຟຼິກາ,​ສະຫະພາບ​ເອີ​ລົບ​ຄວນ​​ໂຄລົບອະທິປະ​ໄຕ​ແລະ​ກຽດ​ສັກ​ສີ​ຂອງ​ປະ​ເທດ​ອາ​ຟຼິກາ​ຢ່າງ​ເຕັມທີ່​.

ໃນ​ງານ​ສຳ​ມະ​ນາສາ​ກົນ"ການ​ຮ່ວມ​ມື​ກັບ​ອາ​ຟຼິກາ​ພາຍ​ໃຕ້ເປື້ອງ​ຫຼັງ​ໂລກາ​ພິວັດ",ທ່ານ​ລິວ​ກຸ້ຍ​ຈີ່ນກ່າວ​ວ່າ,ລັດຖະບານ​ຈີນ​ມີ​ທ່າ​ທີ​ໄຂ​ປະຕູ​ຕໍ່​ການ​ຮ່ວມ​ມື3ຝ່າຍ​ຄື​ຈີນ,ອາ​ຟຼິກາ​ແລະ​ສະຫະພາບ​ເອີ​ລົບ,ບັນ​ລຸ​ການ​​ຮ່ວມ​ມື​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດບົນ​ພື້ນຖານ​ທີ່​ໂຄລົບ​ເຊິ່ງກັນ​ແລະ​ກັນ,​ເປິກສາຫາລື​ຢ່າງ​ສະ​ເໝີ​ພາບ​ແມ່ນ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ3ຝ່າຍ.​ໃນ​ຂະນະ​ດຽວ​ກັນ,ທ່ານ​ກ່າວ​ເນັ້ນ​ວ່າ,ການ​ຮ່ວມ​ມື​ຕ້ອງ​ກ້າວ​ໄປ​ໜ້າ​ຢ່າງ​ຄ່ອຍ​ເປັນ​ຄ່ອຍ​ໄປ,​​ເອົາ​ໃຈ​ໃສ່​ເສີມ​ຂະຫຍາຍ​ສີສັນ​ພິ​ເສດ​ແລະ​ທ່າ​ແຮງ​ຂອງ​​ໃຜລາວ​ໃຫ້​ດີ​ໃນການ​ຮ່ວມ​ມື​ກັບ​ອາ​ຟຼິກາ.

ທ່ານ​ຍັງ​ກ່າວ​ລື້​ມວ່າ,ຈີນ​ຖືກ​ການພົວພັນ​ກັບປະ​ເທດອາ​ຟຼິກາ​ເປັນ​ການ​ພົວພັນ​ທີ່​ສະ​ເໝີ​ພາບ,ຈີນ​ຖື​ການ​ຮ່ວມ​ມື​ກັບປະ​ເທດ​ອາ​ຟຼິກາ​ເປັນ​ພາກສ່ວນໜຶ່ງ​ຂອງ​ການ​ຮ່ວມ​ມື​ໃຕ້ໆ.