ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-28 18:27:31    
ທະນາຄານ​ພັດທະນາ​ອາຊີ​ຈະ​ສະໜັບສະໜູນ​ວຽກ​ງານ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​​ແວດ​ລ້ອມ​ຂອງ​ຈີນ​ໂດ​ຍຖື​ເປັນ​ຈຸດ​ສຸມ

cri

ຕາມ​ຂ່າວcri:ວັນ​ທີ28 ​ເມສາ​ນີ້,ສຳນັກງານ​ຕົວ​ແທນ​ຂອງ​ທະນາຄານ​ພັດທະນາ​ອາຊີ​ປະຈຳ​ຈີນ​ກ່າວ​ວ່າ,​ໃນ2ປີ​ຂ້າງ​ໜ້າ​ນີ້,ທະນາຄານ​ພັດທະນາອາຊີ​ຈະ​ຖື​ການສະ​ໜັບສະ​ໜູນ​ລັດຖະບານ​ຈີນ​ບັນລຸ​ຈຸດໝາຍ​ທີ່​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ​ເປັນ​ຈຸດ​ສຸມ​ຂອງ​ການຮ່ວມ​ມື​ກັບ​ຈີນ.

ອີງ​ຕາມ​ຍຸດ​ທະ​ສາດ​ຮ່ວມ​ມື​ກັບ​ຈີນ​ໃນ2ປີ​ຂ້າງ​ໜ້າ​ນີ້​ທີ່​ທະນາຄານ​ພັດທະນາ​ອາຊີ​ຈັດ​ວາງອອກ,ທະນາຄານ​ພັດທະນາ​ອາຊີ​ຈະ​ຖື​ຂົງ​ເຂດ​ຄົມ​ມະ​ນາ​ຄົມ,ພະລັງງານ,ການສະໜອງ​ນ້ຳ​,ສາທາລະນະ​ສຸກ,ກະສິກຳ​,ຊັບພະຍາກອນ​ທຳ​ມະ​ຊາດ,ການ​ທະນາຄານ​ເປັນ​ຂົງ​ເຂດ​ຮ່ວມ​ມື​ຈຸດສຸມກັບ​ຈີນ.ອີງ​ຕາມ​ຍຸດ​ທະ​ສາດ​ນີ້,​ໃນ​ຂ້າງ​ໜ້າ,ທະນາຄານ​ພັດທະນາ​ອາຊີ​ຈະ​ສະໜັບສະໜູນ​ລັດຖະບານ​ຈີນ​​ຊຸກຍູ້​​ໃຫ້ຕົວ​ເມືອງ​ແລະ​ຊົນນະບົດ​ພັດທະນາ​ຢ່າງ​ສົມ​ດຸນ​,ຍົກ​ສູງ​ປະສິດທິພາບ​ທີ່​ນຳ​ໃຊ້​ພື້ນຖານ​ໂຄງ​ລ່າງ​ແລະ​ພະລັງງານ,​​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ.