ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-28 20:18:33    
ບຸກ​ຄົນ​ຈີນ​ແລະ​ຕ່າງ​ປະ​ເທດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ທີ່​ຕໍ່​ເນື່ອງ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ສີ​ຂຽວ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ28​ເມສາ​ນີ້,ຜູ້​ແທນ​ທີ່​ມາ​ຈາກ100ກວ່າ​ອົງການ​ທີ່ບໍ່​ແມ່ນ​ລັດຖະບານ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ສະ​ຫະ​ຊາ​ຊາດ​ຈຳ​ນວນ​ໜຶ່ງ​ໄດ້​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ທີ່​ວ່າ ການ​ພັດ​ທະ​ນາ​ທີ່​ຕໍ່​ເນື່ອງ​​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ສີຂຽວ.

ວັນ​ທີ28​ເມສາ​ນີ້,ຢູ່​ທີ່​ປັກ​ກິ່ງ,ງານ​ສຳ​ມະ​ນາຢ່າງ​ເປັນ​ທາງ​ການຄັ້ງທີ3​ຂອງ​​ເຄືອ​ຂ່າຍພາກ​ພື້ນ​ບໍ່​ເປັນ​ທາງ​ການ​ຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກຂອງ​ອົງການທີ່​ບໍ່​ແມ່ນ​ລັດຖະບານຂອງສະ ຫະ​ປະຊາ​ຊາດ​ໄດ້​ໄຂ​ຂຶ້ນ.ທ່ານ​ທູ​ມີ​ງ​ເຕີ ຮອງ​ປະ​ທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຈີນ ຜູ້​ຊ່ວຍປະທານ​ຄະນະ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ,ການ​ຈັດງານກິລາ​ໂອ​ລິ​ມ ປິກ​ປັກ​ກິ່ງ​ໄດ້​ເສີມ​ຂະຫຍາຍ​ບົດບາດຢ່າງ​ໃຫຍ່ຫຼວງ​ເຂົ້າ​ໃນ​ການຊຸກຍູ້​ການ​ອະນຸລັກ​ສິ່ງ​ແລດ​ວ້ອມ​ແລະ​ການ​ພັດທະນາ​ທີ່​ຕໍ່​ເນື່ອງ​​ຂອງ​ຈີນ​ແລະ​ປັກ​ກິ່ງ,ນ້ຳ​ໃຈ​ສຳຄັນ​ຂອງ​ງານ​ກິລາ​ໂອ​ລິ​ມປິ​ສີຂຽວ​ກໍ​ແມ່ນ​ໃນ​ຂະນະ​ທີ່​ຈັດ​ງານ​ກິລາໂອ​ລິ​ມປິກ,ປັບປຸງ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ໃຫ້​ດີ,​ແລະ​ເພີ່ມ​ທະວີ​ຄວາມ​ສາມາດ​ດ້ານ​ການ​ພັດທະນາ​ທີ່​ຕໍ່​ເນື່ອງ​​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ນ​ນິຄິວ ​ເຊ​ດ ຫົວ​ໜ້າ​ຫ້ອງ​ການ​ສະໜັບສະໜູນ​ແລະ​ປະສານ​ງານ​ຂອງ​ສະພາ​ເສດຖະ ກິດ​ສັງຄົມ​ສະຫະ​ປະຊາ​ຊາດ​​ແລະ​ນາງ​ຮາ​ນີຟາ ​ເມ​​ໂຈອີ ຫົວໜ້າໜ່ວຍ​ງານອົງການ​ທີ່ບໍ່​ແມ່ນ​ລັດຖະບານ​ຂອງ​ສະພາ​ເສດຖະກິດ​ສັງຄົມ​ສະຫະ​ປະຊາ​ຊາດ​ລ້ວນ​ແຕ່​ໄດ້​ໃຫ້​ຄຳ​ຢືນ ຢັນ​ຢ່າງ​ເຕັມທີ່​ຕໍ່ຄວາມ​ພະຍາ​ຍາມ​ຂອງ​ອົງການ​ຝ່າຍພົນລະ​ເມືອງ​ຈີນ​​ໃນ​ດ້ານ​ຊຸກຍູ້​ການ​ພັດທະນາ​ທີ່​ຕໍ່​ເນື່ອງ.