ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-29 10:56:41    
ບັນ​ຫາ​ຕິ​ເບດ​ບໍ່​ແມ່ນ​ບັນ​ຫາ​ສາ​ສະ​ຫນາ

cri
ຕາມ​ຂ່າວ cri: ຫນັງສືພິມ​ເຢີ​ນມີນຢື້​ປ້າວ ​​ເຊິ່ງ​ເປັນ​ຫນັງສືພິມທີ່​ມີ​ອິດ​ທິພົນ​ທີ່​ສຸດ​ຂອງ​ຈີນ​ສະບັບ​ວັນ​ທີ 29 ​ເມສາ​ນີ້​ໄດ້​ພິມ​ບົດ​ຄວາມ​​ໂດຍ​ຂຽນ​ວ່າ, ກຸ່ມ​ດາ​ໄລລາ​ມະ​ແລະບັນຫາ​ຕິ​ເບ​ດທີ່​ຄົນ​ຈຳນວນ​ຫນຶ່ງ​ກ່າວ​ມານັ້ນບໍ່​ແມ່ນ​ບັນຫາ​ສາສະຫນາ, ​ແຕ່ຫາກ​ແມ່ນ​ບັນຫາ​​ແບ່ງ​ແຍກ​ຈີນ.

ບົດ​ຄວາມ​ຂຽນ​ວ່າ, ກຸ່ມ​ດາ​ໄລລາ​ມະ​ຮຽກຮ້ອງ​ປະຊາ​ຄົມ​ໂລກຈົ່ງ​ເອົາ​ໃຈ​ໃສ່​ນຳ​ອັນ​ທີ່​ວ່າບັນຫາ​ຕິ​ເບ​ດ,​ທີ່ຊູ​ທຸງ​ອັນ​ທີ່​ວ່າ​ບັນຫາ​ສາສະຫນາ, ​ແລະ​ກ່າວ​ວ່າຊາວ​ຕິ​ເບ​ດບໍ່​ມີ​ເສລີພາບ​​ໃນ​ການ​ເຊື່ອ​ຖື​ສາສະຫນາ​ແລະ​ອື່ນໆ.​ແຕ່​ເລື່ອງ​ຈິງ​ແມ່ນ, ການ​ກ່າວ​ຫາ​ຕໍ່ຈີນ​ຂອງ​ກຸ່ມ​ດາ​ໄລລາ​ມະ​ແມ່ນ​ຂັດ​ແຍ່ງ​ກັນ​ກັບ​ເລື່ອງ​ຈິງ.

ບົດ​ຄວາມ​ຊີ້​ອອກ​ວ່າ, ປັດຈຸບັນ, ຕິ​ເບ​ດມີ​ວັດວາອາ​ຮາມ​ພຸດທະ​ສາສະຫນາ​ຕິ​ເບ​ດ 1700 ກວ່າ​ແຫ່ງ, ມີ​ພະສົງ​ແລະ​ແມ່​ຊີ​ 4 ຫມື່ນ 6 ພັນ​ກວ່າ​ຕົນ, ​ແລະຍັງ​ມີ​ສຸ​ເຫລົ່າ​ອິສລາມ 4 ​ແຫ່ງ,​ໂບດ​ໂລ​ມັງ​ກາ​ໂຕ​ລິກ​​ແຫ່ງ​ຫນຶ່ງ, ການ​ເຄື່ອນ​ໄຫວ​ສາສະຫນາ​ທຸກ​ຢ່າງດຳ​ເນີນ​ໄປ​ຢ່າງ​ເປັນ​ປົກກະຕິ.ຢູ່​ໃນ​ຫມູ່​ປະຊາຊົນ​ທຳ​ມະ​ດາ​ສາມັນ.​ໃນ 20 ປີຜ່ານມາ, ລັດຖະບານ​ໄດ້​ໃຊ້​ງົບປະມານ 700 ກວ່າລ້ານ​ຢວນ ​ປະຕິສັງຂອນ​ວັດວາອາ​ຮາມ ປູຊະ​ນິຍະສະ​ຖານ​ແລະ​ສະຖານ​ທີ່​ສາສະຫນາຕ່າງໆ,ຄຳ​ພີ​ພຸດທະ​ສາສະຫນາ​ຕິ​ເບ​ດຫລວງຫລາຍ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ.

ບົດ​ຄວາມຂຽນ​ວ່າ, ​ເລື່ອງ​ຈິງ​ເຫລົ່າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນວ່າ:ບັນຫາ​ຕິ​ເບ​ດບໍ່​ແມ່ນ​ອັນ​ທີ່​ວ່າ​ບັນຫາ​ສາສະຫນາ,ບັນຫາ​ສາສະຫນາ​ພຽງ​ແຕ່​ແມ່ນ​ໄພ້​ໃບ​ຫນຶ່ງ​ທີ່​ກຸ່ມ​ດາ​ໄລລາມະ​ເອົາ​ມາຕົວະ​ເອົາ​ຄວາມ​ເຫັນ​ໃຈ​ຈາກ​ຄົນ​ສ່ວນຫນຶ່ງ.ທາດ​ແທ້​ຂອງ​ບັນຫາ​ຕິ​ເບ​ດ​ແມ່ນ​​ເພື່ອໃຫ້​ຕິ​ເບ​ດ​ເປັນ​ເອກະລາດ,​ແລະ​ແບ່ງ​ແຍກ​ປະ​ເທດ.