ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-29 20:36:51    
ທ່ານ​ຫູ​ຈິນ​ທາວ​ຈະ​ໄປ​ຢ້ຽມ​ຢາມ​ຍີ່​ປຸ່ນ

cri
ຕາມ​ຂ່າວCRI,​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງໃນ​ວັນ​ທີ29​ເມສາ​ນີ້,​ທ່ານ​ນາງ​ຈ່ຽງ​ຢູ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ປະກາດ​ວ່າ,​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ລັດ​ຖະ​ບານ​ຍີ່​ປຸ່ນ,ທ່ານ​ຫູ​ຈິ​ນທາວ ປະທານ​ປະ​ເທດ​ຈີນ​ຈະ​ໄປ​ຢ້ຽມຢາມ​​ຍີ່​ປຸ່ນ​ທາງ​ລັດ​ຖະ​ກິດ​ແຕ່​ວັນ​ທີ6​ຫາ​ວັນ​ທີ10​ພຶດສະພາ​ປີ​ນີ້.

ນາງ​ຈ່ຽງຢູກ່າວ​ວ່າ,​ໃນ​ໄລຍະ​ຢ້ຽມຢາມ,ທ່ານ​ຫູ​ຈິນທາວ​ຈະ​ເຂົ້າ​ພົບ​ສົມ​ເດັດ​ອາ​ຄິຮິ​ໂທ​ເຈົ້າ​ຊີ​ວິດ​ຍີ່​ປຸ່ນ,​ແລະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ,​ຕິດ​ຕໍ່​ພົວພັນ​ຢ່າງ​ຂວ້າງ​ຂວາງ​ກັບ​ຜູ່​ນຳ​ລັດຖະສະພາ​ແລະ​ພັກການ​ເມືອງ​ພ້ອມ​ດ້ວຍ​ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ຍີ່​ປຸ່ນ,ລົງ​ເລິກ​ປຶກສາ​ຫາລື​ການ​ເຮັດ​ແນວ​ໃດ​ເພື່ອ​ຊຸກ​ຍູ້ການ​ພົວ​ພັນ​ຈີນ​ຍີ່​ປຸ່ນ​ໃຫ້​ຂະ​ຫຍາຍ​ໄປ​ໜ້າ​ຕື່ມ​ອີກ,ພ້ອມ​ທັງ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນຫາ​ອື່ນໆ​ທີ່​ສົນ​ໃນ​ນຳ​ກັນ.