ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-30 10:53:34    
ໜັງ​ສື​ພິມ​ເຢິນ​ມິນ​ຢື້​ປ້າວ​ຂອງ​ຈີນ​ພິມ​ບົດ​ຄວາມ​ຂຽນ​ວ່າ​ບັນ​ຫາ​ຕິ​ເບດ​ບໍ່​ແມ່ນ​ບັນ​ຫາ​ສິດ​ທິ​ມະ​ນຸດ

cri
ຕາມ​ຂ່າວCRI,ວັນ​ທີ30​ເມສາ​ນີ້,ຢູ່​ປັກ​ກິ່ງ,ໜັງສືພິມ​ເຢິນມິນ​ຢື້​ປ້າວຂອງ​ຈີນ​ໄດ້​ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​ເລື່ອງ​ວ່າ ບັນຫາ​ຕິ​ເບ​ດບໍ່​ແມ່ນ​ບັນຫາ​ສິດທິ​ມະນຸດ,​ເຜີຍ​ແບ​ກຸ່ມ​ດາ​ໄລ​ລາ​ມະ​ຝ່າ​ຝືນ​ຄວາມ​ຈິງ ປ່າວ​ຂ່າວໂຄສະນາ​ສິດທິ​ມະນຸດ​ຂອງ​ຕິ​ເບ​ດ,ທາດ​ແທ້ຂອງ​ພວກ​ເຂົາແມ່ນ​ສວຍ​ໃຊ້​ບັນ​ຫາ​ນີ້​ເພື່ອ​ຢາກ​ໄດ້​ຮັບ​ການສະໜັບສະ​ໜູນ​ຈາກ​ນັກ​ຫຼິ້ນ​ການ​ເມືອງ​ປະ​ເທດ​ຕາ​ເວັນ​ຕົກ​ຈຳນວນ​ໜຶ່ງ,​ເຈດ​ຕະນາ​ຢາກ​ໃຫ້​ຕິ​ເບ​ດ​ເປັນ​ເອກະລາດ​ເພື່ອ​ແບ່ງ​ແຍກ​ຈີນ.

ບົດ​ຄວາມ​ຊີ້​ອອກ​ວ່າ,ສິດ​ແຫ່ງ​ການ​ຢູ່​ລອດ​ແລະສິດ ​ໄດ້​ຮັບ​ການ​ພັດທະນາ​ລ້ວນ​ແຕ່​ແມ່ນ​ສິດ​ທິ​ມະນຸດ​ທີ່​ຕັດ​ຮອນ​ບໍ່​ໄດ້.ກຸ່ມ​ດາ​ໄລລາ​ມະ​ໂຄສະນາ​ເລື້ອຍໆ​ອັນ​ທີ່​ວ່າ​ບັນຫາ​ສິດ​ທິ​ມະ​ນຸດ​ຂອງ​ຕິ​ເບ​ດ,​ແຕ່​ວ່າ,ຢູ່​ຕິ​ເບ​ດ​ເກົ່າ​ຄື​ໃນ​ສະ​ໄໝ​ທີ່​ດາ​ໄລລາ​ມະ​ປົກຄອງ​ນັ້ນ,​ຂ້າ​ທາດ​ຊາວ​ກະ​ສິ​ກອນ​ທີ່​ກວມ​ປະຊາກອນ​ຕິ​ເບ​ດ95%ຂຶ້ນ​ໄປ​ນັ້ນ​​ແມ່ນ​ບໍ່​ມີ​ສິດ​ເສລີພາບ​ດ້ານ​ຮ່າງກາຍ,ຈົນ​ກະທັ້ງສິດ​ແຫ່ງ​ການ​ຢູ່​ລອດ​ກໍ່​ບໍ່​ມີການ​ຮັບ​ປະກັນ.​ໃນ​ຫຼາຍ​ປີ​ມາ​ນີ້,ດາ​ໄລລາ​ມະ​ວາງ​ແຜນ​ປຸກ​ປັ່ນ​ກໍ່​ການ​ເຄື່ອນ​ໄຫວ​ທີ່​ທຳລາຍ​ຄວາມ​ໝັ້ນຄົງ​ຂອງ​ຕິ​ເບ​ດ​ເລື້ອຍໆ,ບໍ່​ເອົາ​ຫົວຊາ​ນຳ​ການ​ພັດ​ທະ​ນາ​ຂອງ​ປະຊາຊົນ​ຕິ​ເບ​ດ.ນັກວິຊາການ​ຂອງຫຼາຍ​ປະ​ເທດ​ລ້ວນ​ແຕ່​ເບິ່ງ​ອອກ​ເຖິງ​ຄວາມ​ຫຼອກ​ລວງ​ຂອງ​ອັນ​ທີ່​ວ່າ​ບັນຫາ​ສິດທິ​ມະນຸດ​ຂອງ​ຕິ​ເບ​ດທີ່​ກຸ່ມ​ດາ​ໄລ​ລາ​ມະ​ປ່າວ​ຂ່າວ​ໂຄ​ສະ​ນາ​.