ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-30 16:23:27    
ຈີນ​ຈັດ​ງານ​ວາງ​ສະ​ແດງ​ຂະ​ໜາດ​ໃຫຍ່​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ຕິ​ເບດ

cri

ຕາມ​ຂ່າວCRI,​ເລີ່​ມ​ແຕ່​ວັນ​ທີ30​ເມສາ​ນີ້​​ເປັນ​ຕົ້ນ​ໄປ,ຈີນ​ໄດ້​ຈັດ​ງານ​ວາງ​ສະ​ແດງ​ຂະ​ໜາດ​ໃຫຍ່​ກ່ຽວ​ກັບ​ຕິ​ເບ​ດ​ເພື່ອ​ແນະນຳ​ການ​ຂະບວນວິວັດ​ພັດ​ທະ​ນາ​ຂອງ​ປະ​ຫວັດ​ສາດ​ຕິ​ເບດ​ຕໍ່​ຜູ່​ຊົມ.

ງານ​ວາງ​ສະ​ແດງ​ເທື່ອ​ນີ້​ໃຫ້​ຊື່​ວ່າ"ຕິ​ເບດ​ໃນ​ອະ​ດີດ​ແລະ​ປັດ​ຈຸ​ບັນ"​ແບ່ງ​ອອກ​ເປັນ​ສອງ​ພາກ​ສ່ວນ​ແນະ​ນຳ​ປະ​ຫວັດ​ສາດ​ແລະ​ສະ​ພາບ​ປັດ​ຈຸ​ບັນ​ຂອງ​ຕິ​ເບ​ດ, ວາງ​ສະ​ແດງ​ເອ​ກະ​ສານ,​ວັດ​ຖຸ​ປະ​ຫວັດ​ສາດ​100​ກວ່າ​ຢ່າງ​ແລະ​ຮູບ​ພາບຕ່າງໆ​ເກືອບ​500​ແຜ່ນ.

ງານ​ວາງສະ​ແດງ​ເທື່ອ​ນີ້​ແມ່ນ​4​ອົງ​ການ​ເຊິ່ງ​ລວມ​ທັງ​ອົງ​ການ​ປົກ​ຄອງ​ເຂດ​ ຕິ​ເບດ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ.​ເພື່ອ​ຜ່ານ​ຈາກ​ການ​ວາງ​ສະ​ແດງ​ດັ່ງ​ກ່າວ​ໃຫ້​ຄົນ​ທັງ​ຫຼາຍ​ຮູ້​ຈັກ​ເສັ້ນ​ທາງ​ການ​ຂະ​ຫຍາຍ​ຕົວ​ຂອງ​ປະ​ຫວັດ​ສາດ​ຕິ​ເບ​ດ,​ແນະ​ນຳ​ສະ​ພາບ​ການ​ປົກ​ຄອງ​ຕິ​ເບດ​ຢ່າງ​ບັງ​ເກີດ​ຜົນ​ຂອງ​ລັດ​ຖະ​ບານ​ສູນ​ກາງ​ຈີນ​ທຸກ​ສະ​ໄໝ,​ສະ​ແດງ​ໃຫ້​ເຫັນ​ຄວາມ​ມືດ​ມົວ​ແລະ​ຄວາມ​ຫຼ້າ​ຫຼັງ​ຂອງ​ລະ​ບອບ​ຂ້າ​ທາດ​ ກະ​ສິ​ກອນ​ສັກ​ດິ​ນາ​ທີ່​ໂຮມ​ການ​ປົກ​ຄອງ​ກັບ​ສາ​ສະ​ໜາ​ເຂົ້າ​ເປັນ​ອັນ​ດຽວ​ກັນ​ຂອງ​ຕິ​ເບດ​ເກົ່າ​ກ່ອນ​ປີ​1959,​ແລະ​ການ​ພັດ​ທະ​ນາ​ກ້າວ​ໜ້າ​ຂອງ​ຕິ​ເບ​ດ​ໃນ​ປັດຈຸບັນ.