ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-30 16:38:56    
ໂຄ​ສົກ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ​ຄອງ​ຄອຍ​ໃຫ້​ສອງ​ຝັ່ງ​ຟື້ນ​ຟູ​ການ​ປຶກ​ສາ​ຫາ​ລື​ໂດຍ​ໄວ​ບົນ​ພື້ນ​ຖານ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ສັນ​ກັນ​ໃນ​ປີ​1992

cri
ຕາມ​ຂ່າວCRI,ວັນ​ທີ30​ເມສາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ລີ​ເວີຍ​ອີ​ໂຄ​ສົກ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ,​ຝ່າຍ​ແຜ່ນ​ດິນ​ໃຫຍ່​ຈີນ​ຄອງ​ຄອຍ​ໃຫ້​ຟື້ນ​ຟູກົນ​ໄກ​ປຶກ​ສາ​ຫາ​ລື​ເຈ​ລະ​ຈາ​ເປັນ​ປະ​ຈຳ​ລະ​ຫວ່າງ​ສະ​ມາ​ຄົມ​ການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ແລະ​ກອງ​ທຶນ​ແລກ​ປ່ຽນ​ຊ່ອງ​ແຄບ​ໄຕ້​ຫວັນ​ໂດຍ​ໄວ​ບົນ​ພື້ນ​ຖານ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ສັນ​ກັນ​ໃນ​ປີ1992.

ເດືອນ​ພະຈິກ​ປີ1992,ສະມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ​ແລະ​ກອງ​ທຶນ​ແລ​ກປ່ຽນ​ສອງ​ແຄບ​ໄຕ້​ຫວັນ​ຂອງ​ໄຕ້​ຫວັນ​ໄດ້​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ສັນ​ກັນ​ດ້ວຍ​ປາກ​ເປົ່າ​ທີ່​ວ່າ​ສອງ​ຝັ່ງ​ສ່ອງ​ແຄບ​ໄຕ້​ຫວັນ​ລ້ວນ​ແຕ່​ຍຶດໝັ້ນ​ຫຼັກການ​ຈີນ​ດຽວ.