ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-30 17:05:35    
ໂຄ​ສົກ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ​ສະ​ຖາ​ນະ​ການ​ໄຕ້​ຫວັນ​ປະ​ກົດ​ມີ​ການ​ປ່ຽນ​ແປງ​​ໄປ​ທາງ​ທີ່​ຕັ້ງ​ໜ້າ

cri
ຕາມ​ຂ່າວCRI,ທ່າ​ນລີ​ເວີຍ​ອູ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ,ສະຖານະ​ກາ​ໃນ​ປັດຈຸບັນ​ຂອງ​ໄຕ້​ຫວັນ​ໄດ້ປະກົດ​ມີ​ການ​ປ່ຽນ​ແປງ​ໄປ​ທາງ​ທີ່​ຕັ້ງ​ໜ້າ,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ສ່ອງ​ແຄບ​ໄຕ້​ຫວັນ​ໄດ້​ມີ​ທ່າ​ອ່ຽງ​ຂະ​ຫຍາຍ​ຕົວ​ໄປ​ໃນ​ທາງ​ທີ່​ດີ.

ທ່ານ​ລີ​ເວີຍ​ອີກ່າວ​ຄວາ​ມນີ້​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ30​ເມ​ສາ​ນີ້.​ມີ​ນັກ​ຂ່າວ​ຢາກ​ໃຫ້​ທ່ານ​ລີ​ເວີຍ​ອີ​ມີ​ຄຳ​ເຫັນ​ຕໍ່​ການ​ສັບ​ຊ້ອນ​ບຸກ​ຄະ​ລາ​ກອນ​ຂອງ​ໄຕ້​ຫວັນ.​ທ່ານ​ລີ​ເວີຍ​ອີ​ກ່າວ​ວ່າ,​ທ່ານ​ຈະ​ບໍ່​ວິຈານ​ເລື່ອງ​ການ​ສັບ​ຊ້ອນ​ບຸກ​ຄະ​ລາ​ກອນ​ຂອງ​ໄຕ້​ຫວັນ,​ແຕ່​ກໍ່​ບໍ່​ຫວັງ​ໃຫ້​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ອັນ​ດີງາມ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຖືກ​ລົບ​ກວນ​ດ້ວຍ​ນ້ຳມື​ຂອງ​ຄົນ.

ທ່ານ​ຍັງ​ກ່າວ​ວ່າ,ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ລ້ວນ​ແຕ່​ຫວັງ​ຢ່າງ​ຈິງ​ໃຈ​ໃຫ້​ຟື້ນ​ຟູ​ການ​ເຈ​ລະ​ຈາ​ລະຫວ່າງ​ສອງ​ຝັ່ງ​ໂດຍ​ໄວ,​ໂດຍ​ສະ​ເພາະ​ແມ່ນ​ປຶກສາ​ຫາລື​ກັນ​ໂດຍ​ໄວ​ເພື່ອ​ບັນລຸ​ການ​ຈັດ​ໃຫ້​ມີຍົນ​ເໝົາ​ລຳ​ປະຈຳ​ທຸກ​ທ້າຍ​ສັບປະດາ​ລະ​ຫວ່າງ​ສອງ​ຝັ່ງ​ແລະ​ປະຊາຊົນ​ແຜ່ນ​ດິນ​ໃຫຍ່​ໄປ​ທ່ອງ​ທ່ຽວ​ຢູ່​​ໄຕ້​ຫວັນ.ທ່ານ​ເຫັນ​ວ່າ,ຂໍ​ແຕ່​ວ່າ​ສອງ​ຝັ່ງ​ພະ​ຍາ​ຍາມ​ຮ່ວມ​ກັນ​ແລະ​ປຶກ​ສາ​ຫາ​ລື​ກັນ,​ສອງ​ເປົ້າ​ໝາຍ​ດັ່ງກ່າວ​ຄວນກໍ່​ຈະ​ເປັນ​ຈິງ​ໄດ້.