ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-30 17:22:39    
ໄຕ​ມາດ​ທຳ​ອິດ​ປີ​ນີ້​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ໃນ​ການ​ປະ​ຢັດ​ພະ​ລັງ​ງານ​ແລະ​ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ​ແຕ່​ສະ​ພາບ​ກໍ່​ຍັງ​ໜັກ​ໜ່ວງ​ຢູ່

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ29​ເມສາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຈູ​ຫົງ​ເຢິນ ຮອງ​ຫົວ​ໜ້າ​ກົມ​ເສດ​ຖະ​ກິດ​ຂອງ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດຈີນ​ກ່າວ​ວ່າ,​ໃນ​ໄຕ​ມາດ​ທຳ​ອິດ​ປີ​ນີ້, ​ຂະ​ແໜງ​ການ​ທີ່​ສິ້ນ​ເປືອງ​ພະ​ລັງ​ງານ​ຫຼາຍ​ຂອງ​ຈີນ​ໄດ້​ຂະ​ຫຍາຍ​ຕົວ​ຊ້າ​ລົງ,​ການ​ປະ​ຢັດ​ພະ​ລັງ​ງານ​ແລະ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່.

ໃນ​ງານ​ຖະ​ແຫຼງຂ່າວ​ກ່ຽວ​ກັບ​ສະພາບໝູນ​ເດີນ​ຂອງ​ເສດ​ຖະ​ກິດ​ໃນ​​ໄຕ​ມາດ​ທຳ​ອິດ​ປີ​ນີ້,​ທ່ານ​ຈູ​ຫົງ​ເຢິນກ່າວ​ວ່າ,ການ​ຜະລິດ​ຜະລິດ​ຕະພັນ​ທີ່​ສິ້ນ​ເປືອງ​ພະ​ລັງ​ງານ​ຫຼາຍ​ຈຳ​ນວນ​ໜຶ່ງ​ເພີ່ມ​ຂຶ້ນ​ຊ້າ​ລົງ,​ການ​ສົ່ງ​ອອກ​ກໍ່​ຫຼຸດ​ລົງ​ຕໍ່​ມາ.​ໄຕ​ມາດ​ທຳ​ອິດ​ປີນີ້,​ປະ​ລິ​ມານ​ການ​ຜະ​ລິດ​ເຫຼັກ​ກ້າ​ຫຍາບ​ແລະ​ອາ​ລູມີ​ນຽມວິ​ເຄາະ​ດ້ວຍ​ໄຟ​ຟ້າ​ຂອງ​ຈີນ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເວ​ລາ​ດຽວ​ກັນ​ຂອງ​ປີ​ກາຍ​8%,​ແຕ່​ຈັງ​ຫວະ​​ເຕີບ​ໂຕ​ໄດ້​ຫຼຸດ​ລົງ​.ອັດຕາສິ້ນ​ເປືອງ​ພະລັງງານ​ຕໍ່​ເຫຼັກ​ກ້າແຕ່​ລະ​​ໂຕນ​ຂອງ​ວິ​ສາ​ຫະກິດ​ຂາງ​ແລະ​ເຫຼັກກ້າ​ທີ່​ສຳຄັນ​ໄດ້​ຫຼຸດ​ລົງ0,2%.

ພ້ອມ​ກັນ​ນັ້ນ,​ທ່ານ​ຈູ​ຫົງ​ເຢິນ​ຍັງ​ກ່າວ​ວ່າ,​ຍ້ອນ​ວ່າ​ຄວາມ​ຂັດ​ແຍ່ງ​ດ້ານ​ໂຄງ​ປະ​ກອບ​ມີ​ມາ​ດົນ​ນານໂດຍ​ສະ​ເພາະ​ແມ່ນ​ບໍ່​ໄດ້​ປ່ຽນ​ແປງ​ສະ​ພາບ​ທີ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ອີງ​ອາ​ໃສ​ການ​ສິ້ນ​​ເປືອງ​ຊັບ​ພະ​ຍາ​ກອນ​ຫຼາຍ​ເກີນ​ໄປ​ໃນ​ດ້ານ​ກົກ​ຮາກ,​ສະ​ນັ້ນ,​ສະ​ພາບ​ປະ​ຢັດ​ພະ​ລັງ​ງານ​ແລະ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ຈິ່ງ​ຍັງ​ໜັກ​ໜ່ວງ​ຢູ່.