ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-30 17:31:17    
ຄະ​ນະ​ມົນ​ຕີ​ຊຸດ​ທີ​ສອງ​ຂອງ​ສະ​ມາ​ຄົມ​ຈີນ​ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ປັກ​ກິ່ງ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ຄະ​ນະ​ມົນ​ຕີ​ຊຸດ​ທີ​ສອງ​ຂອງ​ສະ​ມາ​ຄົມ​ຈີນ​ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ​29​ເມ​ສາ​ນີ້.​ທ່ານ​ນາງ​ກູ້​ຊິ້ວ​ລຽນ ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ແຫ່ງ​ຊາດ​ຈີນ​ໄດ້​ເປັນ​ປະ​ທານ​ສະ​ມາ​ຄົມ​ອີກ​ວາ​ລະ​ໜຶ່ງ.

ນາງ​ກູ້​ຊິ້ວລຽນ​ກ່າວ​ວ່າ,​ນັບ​ແຕ່​ສະ​ມາ​ຄົມ​ຈີນ​ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​​ເປັນ​ຕົ້ນ​ມາ,​ໄດ້​ດຳ​ເນີນ​ກິດ​ຈະ​ກຳ​ຕ່າງໆຕໍ່​ຕ່າງ​ປະ​ເທດ​ທີ່​ສົ່ງ​ຜົນ​ດີ​ຢ່າງ​ກວ້າງ​ຂວາງ​ແລະ​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ,​ແລະ​ໄດ້​ສ້າງ​ກົນ​ໄກຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ​ອາ​ຊຽນ,​ໄດ້​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້​ມິດ​ຕະ​ພາບ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.​ໃນ​ຕໍ່ໜ້າ,ສະມາຄົມ​ຈີນ​ອາ​ຊຽນຈະ​ສືບ​ຕໍ່​ສົ່ງ​ເສີມ​ທ່າ​ແຮງ​ຂອງ​ຕົນ,ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ແລະ​ຮ່ວມ​ມື​ກັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ.

ທ່ານ​ວິຈິດ ຊິນ​ດາ​ວົງ ປະທານ​ຄະນະ​ກຳມະການ​ອາ​ຊຽນ​ປະ​ຈຳ​ປັກ​ກິ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ​ຈີນກ່າວ​ວ່າ,​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ​ປະ​ຈຳ​ປັກ​ກິ່ງ​ຈະ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຂອງ​ສະມາຄົມ​ຈີນ​ອາ​ຊຽນດັ່ງ​ທີ່​ເຄີຍ​ເຮັດ​ມາ,​ຮ່ວມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ​ອາ​ຊຽນ.