ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-30 17:36:22    
ໄຕ​ມາດ​ທຳ​ອິດ​ປີ​ນີ້​ຍອດ​ມູນ​ຄ່າ​ການ​ຄ້າ​ຈີນ​ກັບ​ອາ​ຊຽນ​ເພີ່ມ​ຂຶ້ນ​26%

cri
ຕາມ​ຂ່າວສາ​ນຊິນ​ຮວາ,ວັນ​ທີ29​ເມສາ​ນີ້,ທ່ານ​ອູ​ເຈິ້ງ​ພິງ ຮອງ​ຫົວໜ້າ​ກົມ​ອາຊີ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ນັບແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ມີ​ມາປີ​ນີ້,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ບັນ​ລຸ​54​ຕື້400​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ26%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

ທ່ານ​ອູ​ເຈິ້ງ​ພິງ​ໄດ້​ແຈ້ງ​ໃຫ້​ຊາບ​ຂໍ້​ມູນ​ດັ່ງກ່າວ​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ5​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງ​ຊີ​ຂອງ​ຈີນ.​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ,​ລະ​ດັບ​ການ​ຮ່ວມ​ມື​ກໍ່​ໄດ້​ຍົກ​ສູງ​ຂຶ້ນ​ເລື້ອຍໆ.ອາ​ຊຽນ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ4​ຂອງ​ຈີນ​ແລ້ວ.

ທ່ານ​ອູ​ເຈິ້ງພິງ​ເຫັນ​ວ່າ,ນັບ​ແຕ່​ປີ2007​ເປັນ​ຕົ້ນ​ໄປ,​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ປະ​ຕິ​ບັດ​ການ​ຫຼຸດ​ພາສີ​ໄລຍະ​ທີ​ສອງ,​ເຊິ່ງ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ໃຫ້​ຜູ່​ບໍລິ​ໂພ​ກ​ແລະ​ວິ​ສາ​ຫະກິດ​ຂອງ​ສອງ​ຝ່າຍ.​ເດືອນ​ກໍ​ລະ​ກົດ​ປີ​2007,​ສັນ​ຍາ​ການ​ຄ້າ​ການ​ບໍລິການ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ໄດ້ຮັບ​ການ​ປະຕິບັດ​ເປັນ​ຢ່າງ​ດີ.​ນອກ​ນີ້,​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ຈີນ​ອາ​ຊຽນ​ໄດ້​ກ້າວ​ສູ່​ລວງ​ເລິກ​ເປັນ​ກ້າວໆ,ກາຍ​ເປັນ​ຂົງ​ເຂດ​ໃໝ່​ທີ່​ການ​ຮ່ວມ​ມື​ເພີ່ມ​ຂຶ້ນ.