|
 |
(GMT+08:00)
2008-04-30 18:32:30
|
ງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນຄັ້ງທີ103ອັດລົງ
cri
ຕາມຂ່າວCRI,ງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຂອງຈີນຄັ້ງທີ103ທີ່ຈັດຂຶ້ນຢູ່ນະຄອນກວາງໂຈ່ວພາກໃຕ້ຂອງຈີນໄດ້ອົດລົງໃນວັນທີ30ເມສານີ້. ມູນຄ່າການສົ່ງອອກສິນຄ້າທີ່ຕົກລົງກັນຫຼາຍກວ່າ38ຕື້ໂດລາ.
ຂ່າວແຈ້ງວ່າ,ພໍ່ຄ້າຈັດຊື້ສິນຄ້າທີ່ເຂົ້າຮ່ວມງານຕະຫຼາດນັດເທື່ອນີ້ມີ1ແສນ9ໝື່ນກວ່າຄົນ,ພໍ່ຄ້າຈັດຊື້ທີ່ມາຈາກຕາເວັນອອກກາງ ອາຊຽນແລະຕະຫຼາດທີ່ພັດທະນາໃໝ່ໄດ້ເພີ່ມຂຶ້ນໂດຍທົ່ວໄປ,ໃນນັ້ນ,ນັກທຸລະກິດທີ່ມາຈາກອິນເດຍ ອາຟິຼກກາໃຕ້ແລະເບຼຊີນໄດ້ເພີ່ມຂຶ້ນຫຼາຍກວ່າງານຕະຫຼາດນັດຄັ້ງແລ້ວນີ້20%ຂຶ້ນໄປ,ແຕ່ຍ້ອນຖືກຜົນກະທົບຈາກປັດໄຈຕ່າງໆເຊັ່ນວິກິດການເງິນກູ້ສິນເຊື່ອຂອງອາເມລິກາແລະອື່ນໆ,ຈຳນວນພໍ່ຄ້າຈັດຊື້ສິນຄ້າຂອງ ເອີລົບ ອາເມລິກາ ໄດ້ຫຼຸດໜ້ອຍລົງ.
|
|
|