ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-30 21:02:10    
ເຂດ​ຕິ​ເບ​ດມີ​ຄວາມ​ສາ​ມາດ​ຕ້ອນ​ຮັບ​ຍາມ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ຫວ່າງ​ມໍ່ໆ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ທາ​ໂນ ຮອງ​ຫົວໜ້າ​ພະ​ແນ​ກການທ່ອງ​ທ່ຽວ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດກ່າວ​ວ່າ, ​ເຂດ​ຕິ​ເບ​ດມີ​ຄວາມ​ສາມາດຢ່າງ​​ເຕັມ​ສ່ວນ​​ເພື່ອ​ຕ້ອນຮັບ​ຍາມ​ທີ່​ມີ​ນັກທ່ອງ​ທ່ຽວຫຼາຍ, ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ​ໃນ​ດ້ານ​ຕ່າງໆ, ​ເຊັ່ນ: ການ​ທ່ອງ​ທ່ຽວ, ​ເຮືອນ​ພັກ, ຄົມມະນາຄົມ​ແລະ​ການ​ກິນ​ດື່ມ​ເປັນ​ຕົ້ນ.

ທ່ານ​ທາ​ໂນ​ກ່າວ​ວ່າ​, ​ເຫດການ "14 ມີນາ" ຂອງ​ນະຄອນ​ລາຊາ​ໄດ້​ກະທົບ​ເຖິງ​ການ​ທ່ອງທ່ຽວ​ຂອງ​ເຂດ​ຕິ​ເບ​ດ. ດຽວ​ນີ້, ຄຽງ​ຄູ່​ກັບ​ລະບຽບ​ສັງຄົມ​ຄ່ອຍ​ໆ​ຟື້ນ​ຟູ​​ເປັນ​ປົກກະຕິ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ກຳ​ລັງຕັ້ງໜ້າ​ສ້າງ​ສະພາບ​ແວດ​ລ້ອມ​ການທ່ອງທ່ຽວ​ທີ່​ປອດ​ໄພ, ສຸພາບ​ແລະ​ສະບາຍ, ​ເງື່ອນ​ໄຂ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ແລະ​ຮັບປະກັນ​ຄວາມ​ປອດ​ໄພ​ໄດ້​ກຽມພ້ອມ​​ແລ້ວ.

ປະຈຸ​ບັນ, ​ບ່ອນ​ທ່ອງ​ທ່ຽວຂອງ​ເຂດ​ຕິ​ເບດ​ສ່ວນຫຼາຍໄດ້​ເປີດ​ຕໍ່​ນັກ​ທ່ອງ​ທ່ຽວ​ແລ້ວ, ລວມທັງ​ບ່ອນ​ທ່ອງ​ທ່ຽວ 30 ກວ່າ​ແຫ່ງ​ທີ່​ລວມທັງ​ວັງປູດາລາ​ເປັນ​ຕົ້ນ​ທີ່ສາມາດ​ໄປ​ທ່ຽວ.