ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-01 16:17:52    
ຜູ່​ນຳ​ຈີນ​ຊົມ​ງານ​ວາງ​ສະ​ແດງ​ທີ່​ມີ​ຫົວ​ຂໍ້​ວ່າ​ປັດ​ຈຸ​ບັນ​ແລະ​ອະ​ດີດ​ຂອງ​ຕິ​ເບດ

cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ30​ເມສາ​ແລ້ວ​ນີ້,ທ່ານ​ເຈຍ​ຊິ້ງລິນ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ທ່ານ​ລີ​ສາງ​ຊຸນ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ທ່ານ​ໂຈ່​ວຢົງ​ຄ່າງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ເລຂາ​ຄະນະ​ກຳມະການ​ການ​ເມືອງ​ແລະ​ກົດໝາຍ​ສູນ​ກາງ​ຈີນ​ໄດ້​ໄປ​ຫໍ​ວັດ​ທະນະ​ທຳ​ຊົນ​ເຜົ່າ​ປັກ​ກິ່ງ​ເພື່ອ​ຊົມ​ເບິ່ງ​ການວາງສະ​ແດງ​ຂະໜາດ​ໃຫຍ່​ທີ່​ມີ​ຫົວ​ຂໍ້​ວ່າ"ປັດຈຸບັນ​ແລະ​ອະດີດ​ຂອງ​ຕິ​ເບ​ດ"

ໃນ​ເວລາ​ຊົມ​ເບິ່ງ​ການວາງສະ​ແດງ,ທ່ານ​ເຈຍ​ຊິ້ງລິນ​ກ່າວ​ວ່າ,ນັບ​ແຕ່ຕິ​ເບດ​ໄດ້​ຮັບ​ການ​ປົດ​ປ່ອຍ​​ໂດຍ​ສັນຕິ​ເປັນ​ເວລາ50​ກວ່າ​ປີ​ມາ​ນີ້,​ໂສມ​ໜ້າ​ຂອງ​ສັງຄົມ​ໄດ້​ມີ​ການ​ປ່ຽນ​ແປງ​ປານ​ໜ້າ​ມື​ກັບ​ຫຼັງ​ມື,ປັດຈຸບັນ,​ເສດຖະກິດ​ຕິ​ເບ​ດມີ​ການ​ພັດທະນາ,ການ​ເມືອງມີ​ຄວາມ​ໝັ້ນຄົງ​,ສັງຄົມ​ມີ​ຄວາມ​ກ້າວ​ໜ້າ,ປະຊາຊົນ​ບັນດາ​ເຜົ່າ​ມີ​ຄວາມສາມັກຄີ,ປະຊາຊົນ​ຢູ່​ເຢັນ​ເປັນ​ສຸກ,ລະດັບ​ຊີວິດ​ການ​ເປັນ​ຢູ່​ໄດ້​ຍົກ​ສູງ​ຂຶ້ນ​ເລື້ອຍໆ​,ຕິ​ເບ​ດພວມ​ຢູ່​ໃນ​ໄລຍະ​ດີ​ທີ່​ສຸດ​ໃນ​ປະຫວັດສາດ.

ທ່ານ​ລີ​ສາງ​ຊຸນ​ກ່າວ​ວ່າ,ງານ​ວາງ​ສະ​ແດງ​​ໄດ້​ປຽບ​ທຽບ​ຕິ​ເບ​ດ​ເກົ່າ​ແລະ​ໃໝ່​,ສ່ອງ​ແສງ​ໃຫ້​ເຫັນ​ປະຫວັດການ​ອັນ​ສະຫງ່າ​ລາສີ​ທີ່​ພັກ​ກອມ​ມູນິດ​ຈີນ​ນຳພາ​ປະ​ຊາ​ຊົນ​ຕິ​ເບ​ດດັບ​ສູນ​ລະ​ບອບ​ຂ້າ​ທາດ​ກະສິກອນ​ສັກ​ດິນາ ບັນລຸ​ການ​ເປັນ​ເຈົ້າ​ບ້ານ​ຄອງ​ເມືອງ​ແລະ​ສ້າງ​ສາ​ຊີ​ວິດ​ອັນ​ດີ​ງາມ.

ທ່ານ​ໂຈ່​ວຢົງ​ຄ່າງ​ກ່າວ​ວ່າ,ຂໍ້​ມູນ​ປະຫວັດສາດ​ຢັ້ງຢືນ​ໃຫ້​ເຫັນ​ວ່າ,​ຕັ້ງ​ແຕ່​ສະ​ໄໝ​ບູຮານ​ມາ​ນີ້,ຕິ​ເບ​ດກໍ່​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ຕັດ​ແຍກ​ອອກ​ຈາກດິນ​ແດນ​ຈີນ​ບໍ່​ໄດ້,ລັດຖະບານ​ກາງ​ທຸກ​ສະ​ໄໝ​ໄດ້​ມີອະທິປະ​ໄຕ​ແລະ​ດຳ​ເນີນ​ການປົກຄອງ​ຕິ​ເບ​ດຢ່າງ​ບັງ​ເກີດ​ຜົນ,​ເລື່ອງ​ອະ​ທິ​ປະ​ໄຕ​ຂອງ​ຕິ​ເບດ​ແມ່ນ​ໂຕ້​ຖຽງ​ກັນ​ບໍ່​ໄດ້.