ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-01 18:06:06    
ສະ​ໜາມ​ກິ​ລາ​ປັກ​ກິ່ງ​ເລີ່ມ​ຫ້າມ​ສູບ​ຢາ

cri
ຕາມ​ຂ່າວCRI,​ເລີ່​ມ​ແຕ່​ວັນ​ທີ1​ພຶດສະພາ​ນີ້​ເປັນ​ຕົ້ນ​ໄປ,ກົດ​ຂໍ້​ກຳນົດ​ສະບັບ​ໃໝ່​ກ່ຽວ​ກັບ​ການ​ຫ້າມ​ສູບ​ຢາ​ເລີ່​ມມີ​ຜົນ​ບັງຄັບ​ໃຊ້​ຢູ່​ປັກ​ກິ່ງ.​ສະ​ໜາມ​ກິ​ລາ​ທັງ​ໝົດ​ຂອງ​ປັກ​ກິ່ງ​ເຊິ່ງ​ລວມ​ທັງ​ສະ​ໜາມ​ກິ​ລາ​ຂອງ​ງານ​ກິລາ​ໂອ​ລິ​ມປິກ,ພ້ອມ​ດ້ວຍ ສູນ​ຫັດ​ກາຍ​ແລະ​ສະ​ຖານ​ທີ່​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ​ທີ່​ເປີດ​ຕໍ່​ພາຍ​ນອກ​ແລະ​ອື່ນໆລ້ວນ​ແຕ່​ເປັນ​ເຂດ​ຫ້າມ​ສູບຢາ.

ຂ່າວ​ແຈ້ງ​ໃຫ້​ຊາບ​ວ່າ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ເປັນ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ປອດ​ຢາ​ສູບ,ບໍ່​ພຽງ​ແຕ່​ປະຕິ​ເສດ​ການ​ໂຄ​ສະ​ນາ​ສິນ​ຄ້າ​ຢາ​ສູບ ປະຕິ​ເບ​ດບໍ່​ຮັບ​ເອົາ​ການ​ອຸ​ປະ​ຖຳ​ຈາກ​ບໍ​ລິ​ສັດ​ຢາສູບ​ເທົ່າ​ນັ້ນ,ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ​ບັນລຸ​ໃຫ້​ສະໜາມ​ກິລາ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປອດ​ຢາສູບ.