ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-02 18:26:06    
ຈີນ​ອະ​ນຸ​ມັດ​ລົດ​ຍົນ​ແບບ​ໃໝ່​ທີ່​ໃຊ້​ພະ​ລັງ​ງານ​ໃໝ່​ງວດ​ໜຶ່ງ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,ຄະນະ​ກຳ​ມະ​ການ​ການ​ພັດ​ທະ​ນາ​ແລະ​ການ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ໄດ້​ປະກາດ​ລາຍ​ຊື່​ວິ​ສາ​ຫະ​ກິດ​ຜະ​ລິດ​ລົດ​ຍົນ ລົດ​ຈັກ​ພ້ອມ​ດ້ວຍ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ຜ່ານ​ການ​ກວດ​ກາ​ອະ​ນຸມັດ,​ໃນ​ນັ້ນ​ລວມ​ທັງ​ລົດ​ທີ່​ໃຊ້​ພະ​ລັງ​ງານ​ໃໝ່​ຄື​ໃຊ້​ພະ​ລັງ​ງານ​ປະ​ສົມ​ແລະ​ໃຊ້​ແບ​ເຕີ​ລີ​ເປັນ​ວັດ​ຖຸ​ເຊື້ອ​ໄຟ.

ລົດ​ໃຊ້​ພະລັງງານ​ໃໝ່​ໝາຍ​ເຖິງ​ລົດ​ຍົນ​ທີ່​ໃຊ້​ພະລັງງານ​ອື່ນ​ເຊິ່ງ​ນອກ​ຈາກ​ນ້ຳ​ມັນ​ແອັດ​ຊັງ​ແລະ​ນ້ຳມັນ​ກາ​ຊວນ​ເຊິ່ງ​ລວມ​ທັງ​ລົດ​ຍົນ​ທີ່​ໃຊ້​ພະ​ລັງ​ງານ​ປະ​ສົມ​ແລະ​ລົດ​ຍົນ​ໃຊ້​ແບ​ເຕີ​ລີ​ເປັນ​ວັດ​ຖຸ​ເຊື້ອ​ໄຟ​ເປັນ​ຕົ້ນ.

ໃນ​ງານ​ວາງສະ​ແດງ​ລົດ​ຍົນ​ປັກ​ກິ່ງ​ທີ່​ຫາ​ກໍ່​ອັດ​ລົງ,​ໂຮງງານ​ຜະລິດ​ລົດຍົນ​ຂອງ​ຈີນ​ໄດ້​ວາງ​ອອກ​ລົດ ​ພະລັງງານ​ໃໝ່​ທີ່​ຄົ້ນຄວ້າ​ພັດທະນາ​​ເອງຢ່າງ​ຫຼວງ​ຫຼາຍ,ລົດຍົນ​ເຫຼົ່າ​ນີ້ຈະ​ເຂົ້າ​ສູ່​ຕະຫຼາດ​ພາຍ​ໃນ​ປະ​ເທດ​​ຕາມໆ​ກັນ.ຍ້ອນ​ວ່າ​ໂຮງງານ​ຜະລິດ​ລົດຍົນ​ທີ່​ມີ​ຫຍີ່​ຫໍ້​ຂອງ​ຕົນ​ໃຊ້​ຄ່າ​ຄົ້ນ​ຄວ້າ​ພັດທະນາ​ແລະ​ຕົ້ນ​ທຶນ​ການ​ຜະລິດ​ອ່າວ​ໜ້ອຍ,ສະ​ນັ້ນ,ລາຄາ​ຂອງລົດຍົນ​ພະ​ລັງ​ງານ​ໃໝ່​ເຫຼົ່າ​ນີ້​ກໍ່​ຈະ​ຖືກ​ສົມຄວນ,​ເຊິ່ງຈະຊ່ວຍ​ໃຫ້​ລົດ​ຍົນ​ເຫຼົ່າ​ນີ້​ເຂົ້າ​ສູ່​ຕະຫຼາດ​ຢ່າງ​ວ່ອງ​ໄວ.