ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-03 17:01:07    
ສື່​ມວນ​ຊົນ​ແລະ​ນັກ​ວິ​ຊາ​ການ​ຕ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ຕິ​ຕຽນ​ການ​ກະ​ທຳ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ໃນ​ບັນ​ຫາ​ຕິ​ເບດ

cri
ຕາມ​ຂ່າວCRI,ຫວ່າງ​ມໍ່ໆ​ນີ້,ສື່​ມວນ​ຊົນ​ແລະ​ນັກ​ວິ​ຊາ​ການ​ຕ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ໄດ້​ເຜີຍ​ແຜ່​ບົດ​ຄວາມ,ຕິຕຽນ​ການ​ກະທຳ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ໃນ​ບັນ​ຫາ​ຕິ​ເບດ.

ວັນ​ທີ1​ພຶດສະພາ​ນີ້,ຂ່າວສານ​ໂນ​ໂວ​ສຕີຣັດ​ເຊຍ​ໄດ້​ປະກາດ​ບົດ​ຄວາ​ມທີ່​ພາດ​ຫົວ​ເລື່ອງ​ວ່າ"ຕິ​ເບ​ດ: ​ໃຫ້​ຄວາມ​ເປັນ​ຈິງ​ມາ​ຢັ້ງຢືນ",​ໂດຍ​ຂຽນ​ວ່າ:ອົງການ​ຈັດ​ຕັ້ງ​ທີ່ນອກ​ດິນ​ຈີນ​ຂາດ​ຄວາມ​​ເຂົ້າ​ໃຈທີ່​ສຸດ​ຕໍ່​ຈີນ ຕິເບ​ດ​ແລະພຸດທະ​ສາສະໜາ​ຕິ​ເບ​ດ.ບົດ​ຄວາມ​ກ່າວ​ເນັ້ນ​ວ່າ,ຕິ​ເບ​ດບໍ່​ໄດ້​ຈຳ​ກັດ​​ເສລີພາບດ້ານ​ການ​ເຊື່ອ​ຖື​ສາສະໜາ​ເລີ​ຍ,​ແລະ​ຍັງ​ແມ່ນ​ບ່ອນ​ທີ່​ປອດ​ໄພ​ທີ່​ສຸດ​ຂອງ​ຈີນ​ຕະ​ຫຼອດ​ມາ.

ນາງ​ລີ​ຊາ​ຄາ​ຣ໌ດູ​ຊີ ນັກ​ປະພັນ​ກາ​ນາ​ດາ​ດຳລົງ​ຊີວິດ​ຢູ່​ຈີນ​ເປັນ​ເວ​ລາ​ເກືອບ​20​ປີ​ແລ້ວ,​ຫວ່າງ​ມໍ່ໆ​ນີ້,ນາງ​ໄດ້​ຂຽນ​ບົດ​ຄວາມ​ວ່າ,ມວນ​ຊົນ​ສ່ວນ​ຫຼາຍ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ມີ​ອະ​ຄະ​ຕິ​ຕໍ່​ບັນ​ຫາ​ຕິ​ເບ​ດທັງ​ໝົດ,​ເຂົາ​ເຂົ້າ​ເລືອກ​ຟັງແຕ່​ຖ້ອຍ​ຄວາມ​ທີ່​ຕົນ​ຢາກ​ຟັງ​ແລະຖ້ອຍ​ຄວາມ​ທີ່​ທຳ​ລາຍ​ທັດສະນະ​ຂອງ​ຕົນ​ທີ່​ມີຕໍ່ຕິ​ເບ​ດມາ​ດົນ​ແລ້ວ.ນາງ​ໄດ້​ເລົ່າ​ສະພາບ​ການ​ປ່ຽນ​ແປງ​ຂອງ​ຕິ​ເບ​ດ​ໂດຍ​ອາ​ໃສ​ປະສົບ​ການ​ຂອງ​ຕົນ,ຕົວຢ່າງ​ຄື​ລັດຖະບານ​ກາງຂອງ​ຈີນ​ໃຊ້​ງົບ​ປະ​ມານ​ກ້ອນ​ໃຫຍ່​ຊ່ວຍ​ເຫຼືອ​ຕິ​ເບ​ດສ້າງສາ​ຄືນ​ໃໝ່​ແລະ​ພັດທະນາ​ອີກ.​ການ​ສຶກ​ສາ​ໄດ້​ມີ​ຄວາມ​ກ້າວ​ໜ້າ,​ຄວາມ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ​ໄດ້​ຮັບ​ການ​ຮັບ​ປະ​ກັນ,​ສາ​ທາ​ລະ​ນະ​ສຸກ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.