ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-03 17:08:21    
ສິງ​ກະ​ໂປ​ຫວັງ​ໃຫ້​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-​ອາ​ຊຽນ​ກາຍ​ເປັນ​ເວ​ທີ​ສຳ​ລັບ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ເຂົ້າ​ສູ່​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ, ທ່ານ​ເຕວຕັດຄາຍ​ຮອງ​ເລ​ຂາ​ສະ​ຫະ​ພັນ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ສິງກະ​ໂປ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງ​ຊີ​ຂອງ​ຈີນ​ວ່າ,ຫວັງ​ໃຫ້​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນກາຍ​ເປັນ​ເວທີ​ສຳລັບນັກທຸລະກິດ​ຕ່າງປະ​ເທດ​ເຂົ້າ​ສູ່​ຈີນ.

ທ່ານ​ເຕວຕັດຄາຍ​ກ່າວ​ວ່າ,ຫວັງ​ໃຫ້​ງານ​ວາງສະ​ແດງ​ສິນຄ້າ​ຈີນ​-ອາ​ຊຽນຖື​ຈີນ​ແລະ​ອາ​ຊຽນ​ເປັນ​ຈຸ​ດພື້ນຖານ,​ຂະຫຍາຍ​ຕົວອອກ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະກາຍ​ເປັນ​ງານ​ວາງສະ​ແດງ​ສິນຄ້າ​ລະດັບ​ສາກົນ​ຢ່າງ​ແທ້​ຈິງ.ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄວນ​ຈັດ​ຕັ້ງ​ນັກ​ທຸ​ລະ​ກິດ​ແລະ​ຄະ​ນະ​ຜູ່​ແທນ​ຫຼາຍ​ກວ່າ​ເກົ່າ​ທີ່​ນອກຈາກຈີນ​ກັບປະ​ເທດ​ອາ​ຊຽນໄປ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ,​ເຮັດ​ໃຫ້​ແຫ່ງ​ນີ້​ກາຍ​ເປັນ​ເວທີ​ເສດຖະກິດ​ແຫ່ງ​ໜຶ່ງ​ສຳລັບ​ນັກທຸລະກິດ​ຕ່າງປະ​ເທດ​ເຂົ້າ​ສູ່​ຈີນ.

ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ5​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ແຕ່​ວັນ​ທີ​22​ຫາ​ວັນ​ທີ25​ຕຸ​ລາ​ປີ​ນີ້.​ປັດ​ຈຸ​ບັນ,​ວຽກ​ງານ​ດຶງ​ດູດ​ນັກ​ທຸ​ກິດ​ແລະ​ວິ​ສາ​ຫະ​ກິດ​ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຮອບ​ດ້ານ​ແລ້ວ.​ຈີນ​ໄດ້​ເຊື້ອ​ເຊີນ​ນັກ​ທຸ​ລະ​ກິດ​ຈັດ​ຊື້​ສິນ​ຄ້າ​ຂອງ​ເອີ​ລົບ​ອາ​ເມ​ລິ​ກາ ຍີ່​ປຸ່ນ ສ​ເກົາຫຼີ ອິນ​ເດຍ​ແລະ​ຕາ​ວັນ​ອອກ​ກາງ​ໄປ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ເທື່ອ​ນີ້.