ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-04 17:29:37    
ທ່ານ​ຫູ​ຈິນ​ທາວ​ກ່າວ​ວ່າ,​ການ​ຈະ​ໄປ​ຢ້ຽມ​ຢາມ​ຍິ່​ປຸ່ນ​ຂອງ​ທ່ານ​ແມ່ນ​ການ​ເດີນ​ທາງ​ໃນ​ປັນ​ຍາ​ກາດ​ທີ່ອົບ​ອຸ່ນ

cri Author: d
ຕາມ​ຂ່າວCRI: ວັນ​ທີ4ພຶດສະພາ​ນີ້ ​ຢູ່​ປັກ​ກິ່ງ ໃນ​ເວລາ​ໃຫ້​ສຳພາດ​ຮ່ວມ​ຕໍ່​ສື່​ມວນ​ຊົນ16​ແຫ່ງ​ຂອງ​ຍິ່ປຸ່ນປະຈຳ​ຢູ່​ປັກ​ກິ່ງ ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນກ່າວ​ວ່າ,ການຈະ​ໄປ​ຢ້ຽມຢາມ​ຍິ່ປຸ່ນທາງ​ລັດຖະກິດຂອງ​ທ່ານ​ແມ່ນການ​ເດີນທາງ​ໃນປັນຍາກາດທີ່​ອົບ​ອຸ່ນ​.

ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ຈຸດປະສົງ​ການ​ຢ້ຽມຢາມ​ເທື່ອ​ນີ້​ແມ່ນ​ເພື່ອ​ເພີ່ມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ເພີ່ມມິດຕະພາບ,ລົງ​ເລິກ​ຂະຫຍາຍ​ການ​ຮ່ວມ​ມື,ວາງ​ແຜນສຳລັບ​ອະນາຄົດ,ຊຸກຍູ້​ການ​ພົວພັນ​ຍຸດ​ທະ​ສາດ​ທີ່​ຕ່າ​ງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ​ກັບ​ຍິ່ປຸ່ນຢ່າງຮອບດ້ານ.ທ່ານ​ເຊື່ອ​ວ່າ ພາຍ​ໃຕ້​ຄວາມ​ພະຍາຍາມ​ຂອງ​ທັງ​ສອງ​ຝ່າຍ,ການ​ຢ້ຽມຢາມ​​ເທື່ອ​ນີ້​ຍ່ອມ​ຈະ​ໄດ້​ຮັບ​ໝາກຜົນ​ຕາມ​ຄາດໝາຍ​ຢ່າງ​ແນ່ນອນ.

​ໃນ​ເວລາ​ກ່າວ​ເຖິງ​ງານ​ກິລ​າ​ໂອ​ລິ​ມປິກ​ປັກ​ກິ່ງ,ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ວຽກ​ງານ​ກະກຽມ​ຕ່າງໆ​ກ່ຽວ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ພວມ​ດຳ​ເນີນ​ຢ່າງ​ເຄັ່ງ​ຮ້ອນແລະ​​ເປັນ​ລະບົບ,ຈີນ​ເຊີນຊວນນັກ​ກິລາ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ​ໃນ​ໂລກ​ມາ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ສຸດ​ອົກ​ສຸດ​ໃຈ,​ເຊີນ​ຊວນ​ເພື່ອນ​ມິດປະ​ເທດ​ຕ່າງໆ​ມາ​ຊົມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.ທ່ານ​ເຊື່ອ​ວ່າ,ຈະມີປະຊາຊົນທົ່ວໂລກ​ຊຶ່ງ​ລວມທັງ​ປະຊາຊົນ​ຍິ່ປຸ່ນ​ເຂົ້າຮ່ວມຢ່າງ​ຫຼວງ​ຫຼາຍ,ຈະ​ໄດ້​ຮັບການ​ສະໜັບສະໜູນ​ຈາກວົງ​ຄະ​ນາ​ຍາດ​​ໂອ​ລິ​ມປິກ​ສາກົນ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ເປັນ​ງານ​ກິລາ​ມະ​ໂຫລານທີ່​ມີ​ສີສັນ​ພິ​ເສດ​ແລະ​ລະດັບ​ສູງ.