ໜັງສືພິມເຢິນມິນຢື້ປ້າວພິມບົດຄວາມຂຽນວ່າ,ຝ່າຍຕາເວັນຕົກຄວນຮູ້ວັດທະນະທຳປະຫວັດສາດຂອງຈີນຫຼາຍກວ່ານີ້
cri
Author: d
ຕາມຂ່າວCRI: ວັນທີ4ພຶດສະດານີ້,ໜັງສືພິມເຢິນມິນຢື້ປ້າວພິມບົດຄວາມຂຽນວ່າ,ຝ່າຍຕາເວັນຕົກຄວນຮູ້ວັດທະນະທຳປະຫວັດສາດຂອງຈີນຫຼາຍກວ່ານີ້.
ບົດຄວາມຂຽນວ່າ,ໃນບັນຫາຕິເບດ,ຄວນຮູ້ວ່າຈີນແມ່ນປະເທດທີ່ມີຫຼາຍຊົນເຜົ່າ, ຄົນຈີນແມ່ນລວມທັງໝົດບັນດາຊົນເຜົ່າບົນດິນແດນແຫ່ງນີ້.ຖ້າບໍ່ຮູ້ໂຄງປະກອບຂອງຄົນຈີນ,ກໍ່ຈະບໍ່ເຂົ້າໃຈບັນຫາຕິເບດ,ແລະມັກຕັດແບ່ງເຜົ່າຮ້ານກັບເຜົ່າຕິເບດໃຫ້ອອກຈາກກັນ,ແລະຈະຖືກກຸ່ມດາໄລລາມະຫຼືຝ່າຍອື່ນເພື່ອຫຼອກລວງແລະນຳໃຊ້.
ບົດຄວາມຂຽນວ່າ,ການຮູ້ປະຫວັດສາດແມ່ນຢາດີທີ່ແກ້ໄຂຄວາມເຫັນທີ່ເບິ່ງໄປໃນທາງອື່ນ.ຖ້າວ່າຝ່າຍຕາເວັນຕົກບໍ່ພະຍາຍາມຮຽນປະຫວັດສາດຂອງຈີນ,ແລະຍັງສືບຕໍ່ສັງເກດແລະວິຈານຈີນດ້ວຍວິທີທາງຂອງຕົນ,ຄວາມເຂົ້າໃຈຜິດຂອງເຂົາເຈົ້າອາດຈະພາໃຫ້ເກີດຄວາມຜິດພາດໜັກກວ່າເກົ່າ.
|
|