ຕາມຂ່າວສານຊິນຮວາ: ຫວ່າງມໍ່ໆນີ້, ສະມາຄົມຊາວໜຸ່ມຕິເບດໄດ້ປ່າວຂ່າວຂີ້ຕົວະອີກວ່າ: "ແຕປີ 1949ຫາປີ 1989, ລັດຖະບານຈີນໄດ້ຂ້າຊາວຕິເບດ 1 ລ້ານກວ່າຄົນ." ແຕ່ອີງຕາມຕົວເລກຂອງພະແນກສະຖິຕິເຂດປົກຄອງຕົນເອງຕິເບດສະແດງໃຫ້ເຫັນວ່າ, ປະຊາກອນເຂດຕິເບດໄດ້ເພີ່ມຂຶ້ນ 1,8 ເທົ່າໃນເຄິ່ງສະຕະວັດ.
ສະຖິຕິສະແດງໃຫ້ເຫັນວ່າ, ປີ 1950 ເຂດຕິເບດມີປະຊາກອນພຽງ 1 ລ້ານຄົນ, ປີ 2007 ເຂດຕິເບດມີປະຊາກອນ 2 ລ້ານ 8 ແສນ 4 ໝື່ນຄົນແລ້ວ, ເພີ່ມຂຶ້ນຫຼາຍກວ່າປີ1950 1,8 ເທົ່າ. ໃນນັ້ນຊາວຕິເບດໄດ້ກວມ 92%. ອາຍຸສະເລ່ຍ ຂອງຄົນຕິເບດຈາກ 35,5 ປີໃນປີ 1959 ສູງຂຶ້ນເປັນ 67 ປີໃນປັດຈຸບັນ.
|