ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-06 18:12:24    
ທວນ​ໄຟ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ສົ່ງ​ຕໍ່​ຢູ່​ແຂວງ​ໄຫ​ຫລຳສິ້ນສຸດລົງ

cri


ຕາມ​ຂ່າວCRI: ຈາກ​ວັນ​ທີ4​ ຫາ ວັນ​ທີ6​ພຶດສະພາ​ນີ້, ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເຂົ້າ​ສູ່​​ແຜ່ນດິນ​ໃຫຍ່​ຂອງ​ຈີນ, ສົ່ງ​ຕໍ່​ຢູ່​ຫຼາຍ​ເມືອງ​ຂອງ​ແຂວງ​ໄຫ​ຫລຳ ພາກ​ໃຕ້​ຂອງ​ຈີນ.

ວັນ​ທີ6​ພຶດສະພາ​ນີ້, ທວນ​ໄຟ​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ​ໄດ້​ສົ່ງ​ຕໍ່​ຢູ່​ເມືອງ​ໄຫ​ໂຂ ​ເມືອງ​ເອກ​ແຂວງ​ໄຫ​ຫລຳ

ຕ​ອນ​ເຊົ້າ​ວັນ​ທີ4​ພຶດສະພາ​ນີ້, ທວນ​ໄຟ​​ໂອ​ລິ​ມປິກ​ໄດ້​ໄຕ້​ໄຟ​ຢູ່​ເມືອງ​ຊານ​ຢ້າ ​ເມືອງ​ທ່ອງ​ທ່ຽວ​ທີ່​ມີ​ຊື່ສ​ຽງຂອງ​ແຂວງ​ໄຫ​ຫລຳ, ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິ​ມປິກ​ໄດ້​ເລິ່ມດຳ​ເນີນ​ຢູ່​​ແຜ່ນດິນ​ໃຫຍ່​ຈີນ​ຢ່າງ​ເປັນ​ທາງ​ການ.

ວັນ​ທີ5​ພຶດສະພາ​ນີ້, ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກກິ່ງ​ໄດ້​ສຳ​ເລັດ​ການ​ສົ່ງ​ຕໍ່​ຢູ່5​ບ່ອນຂອງ​ແຂວງ​ໄຫ​ຫລຳ ທີ່​ຢູ່​ໃນ ​ເມືອງ​ອູ​ຈື້ຊ່ານ, ​​ເມືອງ​ວ້ານນີງ ​ແລະ 3ບ່ອນ​ຢູ່ເມືອງຊົງ​​ໄຫ. ຜູ່​ສົ່ງ​ຕໍ່​ທວນ​ໄຟ2008​ຄົນ​ໄດ້​ຜ່ານ​ຈາກ​ການ​ສົ່ງ​ຕໍ່​​ແບບ"ມື​ຕໍ່​ມື" ຈາກ​ເມືອງ​ອູ​ຈືຊ່ານ,ຜ່ານ​ເມືອງ​ວ້ານນີງ,ຮອດ​ເມືອງ​ຊົງ​ໄຫຢ່າງ​​ສຳ​ເລັດ​ຜົນ.

ໃນ​ເວລາ8​ໂມງ10​ນາ​ທີ ຂອງວັນ​ທີ6​ພຶ​ດສະພາ​ນີ້, ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເລິ່ມສົ່ງ​ຕໍ່​ຢູ່​ຈຸດ​ຊົມ​ທະ​ເລ ຂອງ​ເມືອງ​ໄຫ​ໂຂ ​ເມືອງ​ເອກ​ແຂວງ​ໄຫ​ຫລຳ, ສ່ວນ​ເມືອງ​ໄຫ​ໂຂ​ກໍ່​ແມ່ນບ່ອນ​ສຸດ​ທ້າຍ​ຂອງ​ການ​ສົ່ງ​ຕໍ່ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢູ່​ແຂວງນີ້.

1 2 3 4