ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-06 18:19:12    
ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ປານ​ອ່າວ​ພາກ​ເໜືອ​2008​ຈະ​ຈັດ​ຢູ່​​ເຂດ​ກວາງ​ຊີ​ຂອງ​ຈີນ​ໃນ​ທ້າຍ​​ເດືອນ​ກໍ​ລະ​ກົດ

cri Author: mo
ຕາມ​ຂ່າວສານ​ຈີນ: ​ເວທີ​ປ​າ​ໄສການ​ຮ່ວມ​ມື​ເສດຖະກິດປານ​ອ່າວ​ພາກ​ເໜືອ 2008 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​​ເປ​ຫາຍ​ເຂດ​ກວາງຊີ ພາກ​ໃຕ້​ຂອງ​ຈີນ​ແຕ່​ວັນ​ທີ 30 ຫາ​ວັນ​ທີ 31 ກໍລະກົດ​ນີ້.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນານ​ນິງ​ໃນວັນ​ທີ 6 ພຶດສະພາ​ນີ້, ທ່ານ​ເສີນ​ຢຸ້ຍສຽນ ຮອງ​ຫົວໜ້າ​ກອງ​ເລຂາ​ຂອງ​​ເວທີ​ປາ​ໄສ​​ແນະນຳ​ວ່າ, ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ເທື່ອ​ນີ້​ແມ່ນ"ການ​​ເປີດ​ປະຕູພັດທະນາ​ເຂດ​ເສດຖະກິດ​ອ່າວ​ພາກ​​ເໜືອກ​ວາງ​ຊີ​ແລະ​ການ​ຮ່ວມ​ມື​ເສດຖະກິດ​​ປານ​ອ່າວ​ພາກ​ເໜືອ". ຮອດ​ເວລາ​ນັ້ນ, ຈະ​ມີ​ຜູ້ນຳ​ລັດ​ຈີນ ​ເຈົ້າໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ ຜູ້ນຳ​ສຳຄັນ​ຂອງ​ປະ​ເທດ​ອາ​ຊຽນ, ​ແລະ​ນັກ​ເສດຖະສາດ​ທີ່​ມີ​ຊື່​ສຽງ, ​​ແລະ​ຜູ້​ແທນ​ວິ​ສາ​ຫະກິດ​​ສຸດ​ຍອດ 500 ​ແຫ່ງຂອງ​ໂລກ​ມາ​ເຂົ້າຮ່ວມ.

ເຂດ​ປານ​ອ່າວ​ພາກ​ເໜືອ​ລວມທັງ​ເຂດ​ແຄມ​ທະ​ເລ​ຂອງ​ປະ​ເທດ​ຕ່າງໆ​ເຊັ່ນຈີນ ຫວຽດນາມ ມາ​ເລ​ເຊຍ ສິງກະ​ໂປ ອິນ​ໂດ​ເນ​ເຊຍ ​ແລະ​ຟີ​ລິບ​ປິນ​ເປັນຕົ້ນ. ປີ 2006, ກວາງຊີ​ໄດ້ສະ​ເໜີ"ການຮ່ວມ​ມື​ເສດຖະກິດ​ພາກ​ພື້ນ​ປານອ່າວ​ພາກ​ເໜືອ". ຕົ້ນປີ 2008, ລັດຖະບານ​ຈີນ​ໄດ້​ອະ​ນຸມັດ​ປະຕິບັດ"​ແຜນ​ພັດທະນາ​ເຂດ​ເສດຖະກິດ​ອ່າວ​ພາກ​ເໜືອກວາງ​ຊີ", ​ແລະ​ຈັດ​ເຂົ້າ​ໃນ​ຍຸດ​ທະ​ສາດ​ພັດທະນາ​​ແຫ່ງ​ລັດ.