ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-06 19:15:15    
ປີ້​ຊົມ​ລາຍ​ການ​​ບານ​ບ້ວງ​ແລະ​ບານ​ສົ່ງ​ເປັນ​ຕົ້ນ​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຂາຍ​ໝົດ​ແລ້ວ

cri Author: mo
ຕາມ​ຂ່າວສາ​ນຊີ​ນຮວາ: ສູນ​ຂາຍປີ້​ຂອງ​ຄະນະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ສະ​ເໜີຕົວ​ເລກສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຂາຍ​ປີ້​ຊົມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄລຍະ​ທີ​ສາມ​ໄດ້​ຂາຍ​ດິບ​ຂາຍ​ດີຫຼາຍ, ນັບ​ມາ​ຮອດ​ຕອນ​ຄ່ຳ​ວັນ​ທີ 5 ພຶດສະພາ​ຕາມ​ເວລາ​ປັກ​ກິ່ງ, ປີ້​ຊົມ​ລາຍການ​ບານ​ບ້ວງ​ແລະ​ບານ​ສົ່ງ​ໄດ້​ຂາຍ​ໝົດ​ແລ້ວ.

ນອກຈາກ​ບານບ້ວງ​ແລະ​ບານ​ສົ່ງ​ແລ້ວ, ປີ້​ຊົມການ​ແຂ່ງຂັນມວຍປໍ້າ, ການ​ພາຍ​ເຮືອ​ໜັງ​ໃນ​ນ້ຳ​ມິດ, ການ​ລອຍ​ນ້ຳ​ມາລາ​ທອນ, ​ແລະ​ຂີ່​ລົດຖີບ​​ພູ​ເຂົາ​ເປັນຕົ້ນກໍ່​ຂາຍ​ໝົດ​ແລ້ວ. ປີ້​ຊົມການ​​ແຂ່ງຂັນແລ່ນ​ເຕັ້ນຂ້າມ​ຮົ້ວ 110 ​ແມັດ​ເພດ​ຊາຍຮອບ​ຮອງ​ຊະ​ນະ​ເລີດ, ການ​​ແຂ່ງຂັນຊີງ​ຊະນະ​ເລີດ​ບານ​ຕ່ອງ​ໂສ້​ເພດ​ຍິງ​ແລະ​ການ​​ແຂ່ງຂັນຊີງ​ຊະນະ​ເລີດ​ເຕັ້ນສູງ​​ເພດ​ຍິງ​​ເປັນຕົ້ນກໍ່​ຂາຍ​ໝົດ​ແລ້ວ.