ຕາມຂ່າວCRI: ໂດຍຕອບສະໜອງຄຳເຊີນຂອງລັດຖະບານຍີ່ປຸ່ນ, ຕອນເຊົ້າວັນທີ 6 ພຶດສາພານີ້, ທ່ານຫູຈີນທ່າວ ປະທານປະເທດຈີນໄດ້ເດີນທາງຈາກນະຄອນຫຼວງປັກກິ່ງ, ດ້ວຍຍົນພິເສດໄປໂຕກຽວ, ເລີ່ມຢ້ຽມຢາມຍີ່ປຸ່ນທາງລັດຖະກິດເປັນເວລາ 5 ວັນ.
ນີ້ແມ່ນປະມຸກລັດຈີນໄປຢ້ຽມຢາມຍີ່ປຸ່ນທາງລັດຖະກິດໃນຮອບ 10 ປີ, ກໍແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງປະທານຫູຈີນທ່າວພາຍຫຼັງທ່ານດຳລົງຕຳແໜ່ງປະທານປະເທດຈີນອີກວາລະໜຶ່ງ. ຫວ່າງມໍ່ໆນີ້ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນຍີ່ປຸ່ນປະຈຳປັກກິ່ງ 16 ສຳນັກ, ທ່ານຫູຈີນທ່າວກ່າວວ່າການຢ້ຽມຢາມເທື່ອນີ້ແມ່ນການເດີນທາງໃນລະດູບານໃໝ່ທີ່ອົບອຸ່ນ.
ໃນໄລຍະຢ້ຽມຢາມ, ທ່ານຫູຈີນທ່າວຈະພົບປະຫັບເຈົ້າຊີວິດອາຄິຮິໂຕ, ແລະພົບປະເຈລະຈາກັບທ່ານຟູຄູດາ ຢາຊຸໂອ ນາຍົກລັດຖະມົນຕີຍີ່ປຸ່ນ, ແລະພົບປະກັບຜູ້ນຳສະພາແລະພັກການເມືອງຍີ່ປຸ່ນແລະບຸກຄົນວົງການຕ່າງໆຂອງຍີ່ປຸ່ນຢ່າງກວ້າງຂວາງ.
|