ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-06 15:14:24    
ໜັງສືພິມ​ເຢີ​ນມິນ​ຢື້​ປ້າວ​ພິມ​ບົດ​ຄວາມຊີ້​ອອກ​ວ່າ, "ບັນຫາ​ຕິ​ເບ​ດ"​ແມ່ນ​ບັນຫາ​ອະທິປະ​ໄຕ

cri

ຕາມ​ຂ່າວCRI: ໜັງສືພິມ​ເຢີ​ນມິນ​ຢື້​ປ້າວ​ສະບັບ​ວັນ​ທີ 6 ພຶດສະພາ​ນີ້​ພິມ​ບົດ​ຄວາມ​ຊີ້​ອອກ​ວ່າ, "ບັນຫາ​ຕິ​ເບ​ດ"​ແມ່ນ​ບັນຫາ​ອະທິປະ​ໄຕ.

ບົດ​ຄວາມ​ຂຽນ​ວ່າ, ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ໃນ​ເວລາ​ເວົ້າ​ເຖິງ"ບັນຫາ​ຕິ​ເບ​ດ", ກຸ່ມ​ດາ​ໄລລາ​ມະກ່າວ​ວ່າ​ຈະ​ໄປ​ຕາມ"​ເສັ້ນທາງສາຍ​ກາງ"ຢ່າງ​ເດັດດ່ຽວ. ​ເນື້ອ​ໃນ​ຂອງ​ມັນ​ມີ​ສອງ​ຄື: ໜຶ່ງ​ແມ່ນ"​ເຂດ​ຕິ​ເບ​ດ​ໃຫຍ່" ສອງ​ແມ່ນ"ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງ". ອັນ​ທີ່​ເອີ້ນ​ວ່າ"​ເຂດ​ຕິ​ເບ​ດ​ໃຫຍ່"ກໍ​ຄື​ເອົາ​ເຂດ​ຕິ​ເບ​ດ, ​ແຂວງ​ຊິງ​ໄຫ ​ແຂວງ​ກາງ​ຊູ​ ​ແຂວງ​ເຊ​ສວນ​ແລະ​​ແຂວງ​ຢຸນນານ​ເຊິ່ງ​ເປັນ​ບ່ອນດຳ​ລົງ​ຊີວິດຢູ່​ຂອງ​ເຜົ່າ​ຕິ​ເບດຮ່ວມ​ກັນ​ເຂົ້າ, ສ້າງ"​ເຂດ​ປົກຄອງ​ຕົນ​ເອງ​​​ເຜົ່າ​ຕິ​ເບ​ດ​ໃຫຍ່"ທີ່​ບໍ່​ເຄີຍ​ມີ​ໃນ​ປະຫວັດສາດ, ​ເນື້ອ​ທີ່​ທັງ​ໝົດຂອງ​ເຂດ​ຕິ​ເບ​ດ​ໃຫຍ່​ກວມ 1​ ສ່ວນ 4 ຂອງ​ຜືນ​ແຜ່ນດິນທົ່ວ​ປະ​ເທດ​ຈີນ. "ການ​ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງ"ໝາຍ​ເຖິງລັດຖະບານ​ກາງ​ບໍ່​ສາມາດ​​ສົ່ງ​ທະຫານ​ປະຈຳ​​ເຂດ​ຕິ​ເບ​ດ, ​ເຂດ​ຕິ​ເບ​ດສາມາດ​ຮັກ​ສາ​ການ​ພົວພັນ​ການ​ຕ່າງປະ​ເທດ​ກັບປະ​ເທດ​ອື່ນໆ​ຫຼື​ອົງການ​ສາກົນ. ​ເບິ່ງ​ຈາກ​ເລື່ອງ​ນີ້​ໄດ້​ເຫັນ​ວ່າ, ທາດ​ແທ້​ຂອງ"​ເສັ້ນທາງ​ສາຍກາງ"​ແມ່ນ"​ເຂດ​ຕິ​ເບ​ດ​ເປັນ​ເອກະລາດ".

ບົດ​ຄວາມ​ຊີ້​ອອກ​ວ່າ, ອະທິປະ​ໄຕ​ກ່ຽວ​ພັນ​ເຖິງ​ກຽດ​ສັກ​ສີ​ຂອງ​ປະ​ເທດ​ໜຶ່ງ, ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ປະຊາຊົນ​ຈີນ. ບໍ່​ວ່າ​"ບັນຫາ​ຕິ​ເບດ"ຈະສັບສົນ​ຫຼາຍ​ປານ​ໃດ, ຫຼື​ບໍ່​ວ່າຈະ​ມີ​ອິດ​ທິກຳລັງ​ຫຼາຍ​ເທົ່າ​ໃດ​ທີ່ຢາກ​ແຊກ​​ແຊງ​ເຂົ້າເລື່ອງ​ນີ້ກໍ​ຕາມ, ຈີນ​ຈະ​ບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ, ປະຊາຊົນ​ຈີນ​ກໍ່​ຈະ​ບໍ່​ເຫັນ​ດີ.