ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-07 12:06:16    
ອ່າວ​ພາກ​ເໜືອ​ເຂດ​ກວງ​ຊີ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ປະ​ເທດ​ອາ​ຊຽນ​ແລະ​ບັນດາ​ເຂດ​ແຂວງອ້ອມ​ຂ້າງ

cri Author: cai
ຕາມ​ຂ່າວ​ສານ​ຊີ​ນຮວາ:​ເຂດ​ເສດຖະກິດ​ອ່າວ​ພາກ​ເໜືອ​ເຂດປົກຄອງ​ຕົນ​ເອງ​​ເຜົ່າ​ຈ້ວງ​ກວງ​ຊີ ພາກ​ຕາ​ເວັນ​ຕົກ​ສຽງ​​ໃຕ້​ຂອງ​ຈີນນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບຈາກ​ປະ​ເທ​ດອາ​ຊຽນ​ແລະ​ບັນດາ​ແຂວງ ​ເຂດ​ແລະ​ນະຄອນ​ອ້ອມ​ຂ້າງ​ຂອງ​ເຂດ​ກວງ​ຊີດ້ວຍ​ສະ​ເໜ່ພິ​ເສດ​ຂອງ​ຕົນ.

ອ່າວ​ພາກ​ເໜືອ​ເຂດ​ກວງ​ຊີ​ໄດ້​ກາຍ​ເປັນ​ດິນ​ແດນ​ທີ່​ນັກ​ທຸລະ​ກິດ​ອາ​ຊຽນ​​ແລະ​ຮົງ​ກົງ ມາ​ກາວ​ມາ​ລົງທຶນ​ຫຼາຍ,ປະຈຸ​ບັນ,​ເຂດ​ກວງ​ຊີກັບ 4 ປະ​ເທດ​ອາ​ຊຽນ​ໄດ້​ເຊັນ​ສັນຍາ​ໂຄງການ​ຮ່ວມ​ມືປະ​ເພດ​ຕ່າງໆ 70 ກວ່າ​ສະບັບ,ມູນ​ຄ່າ 1 ຕື້ 500 ລ້ານ​ໂດ​ລາ,​ເຊັນ​ສັນຍາ​​ໂຄງການ​ຮ່ວມ​ມື​ກັບ​ຮົງ​ກົງ​ແລະ​ມາ​ກາວ 70 ກວ່າ​ສະບັບ,ມູນ​ຄ່າ​ 4 ຕື້ 400 ລ້ານ​ໂດ​ລາ.​ແຂວງ ​ເຂດ​ແລະ​ນະຄອນ​ຕ່າງໆ​ອ້ອມ​ຂ້າງ​ເຂດ​ກວງ​ຊີກໍ​ສົນ​ໃຈ​ທີ່​ສຸດ​ນຳ​ອ່າວ​ພາກ​ເໜືອ,​ນັກທຸລະກິດ​ຂອງແຂວງ​ໄຫ​ຫຼຳ ​ກວງ​ຕຸ້ງ ​ຢຸນນານ​ແລະ​ແຂວງ​​​ເຊສວນ​ເປັນ​ຕົ້ນ​ກໍ​ໄດ້​ທະຍອຍ​ກັນ​ມາ​ລົງທຶນ​ຢູ່​ເຂດ​ເສດຖະກິດ​ອ່າວ​ພາກ​ເໜືອ​ເຂດ​ກວງ​ຊີ.