
ຕາມຂ່າວສານຊີນຮວາ: ວັນທີ 7 ພຶດສະພານີ້, ທ່ານຈ່າງຈື້ຈ່ຽນ ໂຄສົກກອງປີນພູສົ່ງຕໍ່ທວນໄຟຂອງງານກິລາໂອລິມປິກປັກກິ່ງກ່າວວ່າ, ການສົ່ງຕໍ່ທວນໄຟຢູ່ພູຈູມູລັງມາຈະເລືອກໄປຕາມເສັ້ນທາງເປີ້ນພູເໜືອເພື່ອປີນຂຶ້ນ. ໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນວັນທີ 7 ພຶດສະພານີ້, ທ່ານຈ່າງຈື້ຈ່ຽນກ່າວວ່າ, ເສັ້ນທາງບິນພູພາກເໜືອກກໍ່ເອີ້ນວ່າເສັ້ນທາງປີນພູພາກຕາເວັນອອກສຽງເໜືອ. ຕາມເສັ້ນທາງນີ້, ຕາມຄວາມຍາວທີ່ນັກກິລາເດີນທາງມື້ໜຶ່ງ, ນອກຈາກມີຄ້າຍໃຫຍ່ທີ່ຕັ້ງຢູ່ບ່ອນສູງກວ່າລະດັບນ້ຳທະເລ 5200 ແມັດແລ້ວ, ຍັງໄດ້ຕັ້ງຄ້າຍ 5 ແຫ່ງຢູ່ບ່ອນສູງກວ່າລະດັບນ້ຳທະເລທີ່ຕ່າງກັນ.

1 2
|