ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-08 09:55:46    
ຈີນ​ແລະ​ຍີ່​ປຸ່ນ​ເຜີຍ​ແຜ່​ຖະ​ແຫລງ​ການ​ຮ່ວມ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຍຸດ​ທະ​ສາດ​ທີ່​ໃຫ້​ຜົນ​ປະ​ໂຫຍດ​ແກ່​ກັນ​ຢ່າງ​ຮອບ​ດ້ານ

cri
ຕາມ​ຂ່າວ cri: ວັນ​ທີ 7 ພຶດສະພາ​ນີ້ ຢູ່​ໂຕ​ກຽວ ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ທີ່​ໄປ​ຢ້ຽມຢາມ​ຍີ່​ປຸ່ນກັບ​ທ່ານ​ຟູ​ຄູ​ດາ ຢາ​ຊື​ໂອ ນາ​ຍົກ​ລັດ​ຖະ ມົນຕີຍີ່ປຸ່ນ​ໄດ້​ເຊັນ​ຖະ​ແຫລ​ງການ​ຮ່ວມ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນກ່ຽວ​ກັບ​ການ ຊຸກ​ຍູ້​ການ​ພົວພັນ​ຍຸດ​ທະ​ສາດ​ທີ່​ໃຫ້​ຜົນ​ປະ​ໂຫຍດ​ແກ່​ກັນ​ຢ່າງ​ຮອບ​ດ້ານ, ນີ້​ແມ່ນ​ເອກະສານ​ການ​ເມືອງ​ ລະຫວ່າງ​ຈີນ​ກກັບ​ຍີ່​ປຸ່ນ​ສະບັບ​ທີ 4.

ຖະ​ແຫລ​ງການ​ຮ່ວມ​ກ່າວ​ວ່າ, ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,ການ​ພົວພັນ​ລະຫວ່າງ​ຈີ​ນຍີ່​ປຸ່ນ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ພົວພັນ​ລະ​ຫວ່າງ​ສອງ​ຝ່າຍ​ທີ່​ສຳຄັນ​ທີ່​ສຸດ​ເວົ້າສຳລັບ​ສອງ​ປະ​ເທດ​ແລ້ວ, ສັນ​ຕິ​ພາບ ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ກັນ​ແລະ​ຍາວ​ນານ​ນັ້ນ​ແມ່ນ​ທາງ​ເລືອກ​ພຽງ​ອັນ​ດຽວ​ຂອງ​ທັງ​ສອງຝ່າຍ.ສອງ​ຝ່າຍ​ຕັດ​ສິນ​ໃຈ​ຊຸກ​ຍູ້​ການ​ພົວພັນ​ຍຸດ​ທະ​ສາດ​ທີ່​ໃຫ້​ຜົນ​ປະ​ໂຫຍ​ດ​ແກ່ກັນ,ບັນລຸ​ເປົ້າຫມາຍ​ອັນ​ສູງ​ສົ່ງ​ທີ່​ໃຫ້​ຈີນ​ຍີ່​ປຸນ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ ມີ​ມິດຕະພາບ​ຕໍ່​ກັນ​ທຸກ​ເຊັ່ນ​ຄົນ ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ພ້ອມ​ກັນ​ພັດທະນາ.

ສອງ​ຝ່າຍ​ຮັບ​ຮອງ​ວ່າ, ສອງ​ປະ​ເທດ​​ເປັນຄູ່​ຮ່ວມ​ມື​​ເຊິ່ງກັນ​ແລະ​ກັນ, ບໍ່​ ​ຂົ່ມ​ຂູ່​ກັນ.ສອງ​ຝ່າຍ​ກ່າວ​ຢ້ຳວ່າ, ສະຫນັບສະຫນູນ​ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ຝ່າຍ​ກົງກັນຂ້າມ, ຍຶດຫມັ້ນ​ແກ້​ໄຂ​ບັນຫາ​ລະຫວ່າງ​ສອງ​ປະ​ເທດ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ແລະ​ການ​ເຈ​ລະ​ຈາ​ກັນ.ຝ່າຍ​ຍີ່​ປຸ່ນກ່າວ​ຢ້ຳວ່າຈະ​ສືບ​ຕໍ່​ຍຶດຫມັ້ນຫລັກ​ຫມັ້ນກ່ຽວ​ກັບ​ບັນຫາ​ໄຕ້​ຫວັນ​ທີ່​ລະບຸ​ໄວ້​ໃນ​ຖະ​ແຫລ​ງການ​ຮ່ວມ​ຍີ່​ປຸ່ນຈີນ.ສອງ​ຝ່າຍ​ຕົກລົງ​ວ່າ, ສ້າງ​ຂອບ​ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ກັນ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ເຊິ່ງກັນ​ແລະ​ກັນ,ພ້ອມ​ກັນ​ທຸ່ມ​ເທ​ເຫື່ອ​ແຮງ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ພາກ​ພື້ນ​ອາຊີ​ປາ​ຊິກ​ຟິກ,ພ້ອມ​ກັນ​ຮັບ​ມື​ກັບ​ບັນຫາ​ທົ່ວ​ໂລກ.

ຕອນ​ບ່າຍ​ວັນ​ທີ 7 ພຶດສະພາ​ນີ້, ຢູ່​ໂຕ​ກຽວ, ທ່ານ​ຫູ​ຈີນ​ທາວ​ໄດ້​ພົບ​ປະ​ກັບ​ຜູ່​ນຳຂອງ​ພັກ​ການ​ເມືອງ​ສຳຄັນ​ຕ່າງໆ​ຂອງ​ຍີ່​ປຸ່ນ.ທ່ານ​ຊີ້​ອອກ​ວ່າ, ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວພັນ​ຍຸດ​ທະ​ສາດທີ່​ໃຫ້​ຜົນ​ປະ​ໂຫຍດ​ແກ່​ກັນ​ຢ່າງຮອບດ້ານ​ທີ່​ສອງ​ປະ​ເທດ​ຈີນ​ກັບ​ຍີ່​ປຸ່ນປະກາດ​ວ່າ​ຈະ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ຕໍ່​ການ​ຂະ​ຫຍາຍ​ພົວພັນ​ລະຫວ່າງ​ຈີນ​ຍີ່​ປຸ່ນ​ໃນ​ອະ​ນາ​ຄົດ.