ຕາມຂ່າວCRI: ໜັງສືພິມເຢີນມິນຢື້ປ້າວສະບັບວັນທີ 8 ພຶດສະພານີ້ພິມບົດຄວາມຂອງນັກວິຈານຊີ້ອອກວ່າ, ຖ້າວ່າກຸ່ມດາໄລລາມະໜັບສະໜັບສະໜູນສັງຄົມທີ່ກົມກຽວຢ່າງແທ້ຈິງກໍຄວນຢຸດຕິການວາງແຜນແລະປຸກປັ່ນເຫດການຈະລາຈົນ.
ບົດຄວາມຂຽນວ່າ, ປະຊາຊາດຈີນເນັ້ນໜັກສັງຄົມທີ່ກົມກຽວຕະຫຼອດມາ. ສຳລັບທັດສະນະຄະຕິກົມກຽວ,"ຍິນດີກາຍເປັນຜູ້ໜຶ່ງຂອງຄອບຄົວໃຫຍ່ຂອງສາທາລະນະລັດປະຊາຊົນຈີນ", ກຸ່ມດາໄລລາມະກໍສະແດງ"ຄວາມເຫັນດີແລະສະໜັບສະໜູນ"ຢ່າງເປີດເຜີຍໃນຫວ່າງມໍ່ໆນີ້.
ແຕ່ວ່າ, ເຫດການຈະລາຈົນ 14 ມີນາທີ່ກຸ່ມດາໄລລາມະວາງແຜນແລະປຸກປັ່ນນັ້ນ, ໄດ້ທຳລາຍຊີວິດອັນສະຫງົບຂອງປະຊາຊົນຕິເບດ, ສ້າງຄວາມຢ້ານກົວແລະອັນຕະລາຍຕໍ່ປະຊາຊົນຜູ້ບໍ່ມີຄວາມຜິດຫຍັງ, ໄດ້ທຳລາຍ"ເສລີພາບ"ແລະ"ລະບຽບກົດໝາຍ"ຢ່າງໜັກໜ່ວງ, ໄດ້ທຳລາຍຄວາມກົມກຽວຂອງສັງຄົມຕິເບດໂດຍພື້ນຖານ. ຖ້າວ່າກຸ່ມດາໄລລາມະສະໜັບສະໜູນສັງຄົມທີ່ກົມກຽວຢ່າງແທ້ຈິງ, ເພື່ອຜົນປະໂຫຍດຂອງປະຊາຊົນຕິເບດຢ່າງແທ້ຈິງ, ກໍຄວນເລີ່ມຈາກຈຸດພື້ນຖານຄືຢຸດຕິການວາງແຜນແລະປຸກປັ່ນເຫດການຈະລາຈົນ.
|