ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-08 18:04:02    
ລົດ​ໃຊ້​ພະ​ລັງ​ງານ​​ສະ​ອາດ​ບໍ່​ສ້າງ​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ​500​ກວ່າ​ຄັນ​ຈະ​ໃຊ້​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri

ຕາມ​ຂ່າວCRI:ວັນ​ທີ8​ພຶດສະພາ​ນີ້, ​ໃນກ​ອງປະຊຸມ​ຂ່າວ​ຂອງຫ້ອງ​ການລັດຖະບານ​ຈີນ​ແຈ້ງ​ວ່າ, ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008, ຈະ​ມີລົດ​ໃຊ້​ພະລັງງານ​ສະ​ອາດ​ບໍ່​ສ້າງ​ມົນ​ລະພິດ​ສິ່ງ​​ແວດ​ລ້ອມ500​ກວ່າ​ຄັນ​ອອກນຳ​ໃຊ້.

ທ່ານ​ວ້ານກ່າງ ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ​ເຕັກນິກ​ຈີນ​​ແນະນຳ​ວ່າ, ນີ້​ຈະ​ແມ່ນການ​ຂົນ​ສົ່ງຢູ່​ເຂດ​ໃຈກາງ​ໂອ​ລິ​ມປິກ​ບໍ່ລະບາຍ​ມົນ​ລະ​ພິດ​ເປັນ​ເທື່ອ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ງານ​ກິລາ​ໂອ​ລິມປິກ.

ຂ່າວ​ແຈ້ງວ່າ, ​ໃນ​ຈຳນວນລົດ​ທີ່​ໃຊ້ພະລັງງານ​ໃໝ່500​ກວ່າ​ຄັນ​ດັ່ງກ່າວ​ນີ້, ມີລົດ​ໂດຍສານ​ໄຟຟ້າ50​ຄັນ ສະໜອງ​ໃຫ້​ອົງການ​ປົກຄອງ​ປັກ​ກິ່ງ ​ແລະ ຄະນະ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ, ​ແລະ ມີ​ລົດ​ແລ່ນ​ດ້ວຍ​ໄຟຟ້າເກືອບ​400ຄັນ ​ແລະ ລົດທຳ​ຄວາມ​ສະອາດ​ໄຟຟ້າ15​ຄັນ​ຈະ​ສະໜອງ​ການ​ບໍລິການ​ຕ່າງໆ ​ໃຫ້​ແກ່ ​ສະໜາມກິລາ​ການ​ແຂ່ງຂັນ​ຕ່າງໆ, ລົດ​ໂດຍສານທ່ຽວ​ຊົມ ແລະ ການ​ຂົນ​ສົ່ງ​ເຄື່ອງ​ຂອງ​ຂະໜາດ​ນ້ອຍຢູ່​ສະໜາມກິລາ​ເປັນ​ຕົ້ນ.