ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-08 18:07:27    
ລັດຖະບານ​ຈີນ​ຕົກ​ລົງ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ສຸກ​ເສີນ​ແກ່​ມຽນ​ມາ​ອີກ​ 30 ລ້ານ​ຢວນ

cri Author: mo


ຕາມ​ຂ່າວCRI:ວັນ​ທີ 8 ພຶດສະພາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ສິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ, ​ເພື່ອ​ຊ່ອຍ​ລັດຖະບານ​ແລະ​ປະຊາຊົນ​ມຽນມາ​ຮັບ​ມື​ກັບ​ໄພ​ພາຍຸ​​​ໃຕ້​ຝຸ່ນ, ລັດຖະບານ​ຈີນ​ໄດ້​ໃຫ້​ຄວາມ​ຊ່ອຍ​ເຫຼືອສຸ​ກ​ເສີນ​ເປັນ​ມູນ​ຄ່າ 1 ລ້ານ​ໂດ​ລາ​ແກ່ມຽນມາ​ແລ້ວ. ​ແຕ່ຍ້ອນ​ມຽນມາປະສົບ​ໄພ​ຢ່າງ​ໜັກໜ່ວງ, ​ເພື່ອ​ສະ​ແດງ​ຄວາມ​ມີ​ໄມຕີ​ຈິດ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ທີ່​ມີ​ຕໍ່​ປະຊາ​ຊົນ​ມຽນມາ, ລັດຖະບານ​ຈີນ​ຕົກລົງ​ໃຫ້​ຄວາມ​ຊ່ອຍ​ເຫຼືອອີກທີ່​ເປັນ​ມູນ​ຄ່າ 30 ລ້ານ​ຢວນ​ແກ່​ລັດຖະບານ​ມຽນມາ​.

ໃນ​ກອງ​ປະຊຸມ​ຂ່າວ​ປະຈຳ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ​ເດືອນ​ນີ້, ທ່ານ​ສິນ​ກ່າງ​ຍັງ​​ແຈ້ງວ່າ, ​ເມື່ອ​ສະພາ​ກາ​ແດງ​ຈີນ​ແລະ​ສະມາຄົມ​ມິດຕະພາບ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ຮູ້​ຂ່າວ​ວ່າ​ມຽນມາ​ປະສົບ​ໄພ​ແລ້ວ, ຕ່າງກໍ່​ໄດ້​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ 3 ໝື່ນ​ໂດ​ລາ​ແລະ 1 ໝື່ນ​ໂດ​ລາ​ແກ່ມຽນມາ, ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ມະຫາ​ສະໝຸດ​ຈີນ​ປະກາດ​ວ່າ​ຈະ​ໃຫ້​ຄວາມ​ຊ່ອຍ​ເຫຼືອທີ່​ເປັນ​ມູນ​ຄ່າ 1 ​ແສນ​ໂດ​ລາ​ແກ່ມຽນມາ. ອົງການ​ປົກຄອງ​ແຂວງ​ຢຸນນານ ​ເຂດ​ກວາງຊີ, ສະຫະພັນ​ແມ່ຍິງ​ທົ່ວ​ປະ​ເທດ​ຈີນ, ມູນ​ນິທິຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ຈີນ, ​ແລະ​ບໍລິສັດ​ບໍ່​ແຮ່​ໂລຫະ​ມີ​ສີ​ຂອງ​ຈີນ​ກໍ່​ກຽມ​ໃຫ້​ຄວາມ​ຊ່ອຍ​ເຫຼືອສຸກ​ເສີນ​ແກ່​ມຽນມາ​ເຊັ່ນ​ດຽວ​ກັນ.

ລັດຖະບານ​ຈີນ​ຕົກ​ລົງ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ສຸກ​ເສີນ​ແກ່​ມຽນ​ມາ​ອີກ​ 30 ລ້ານ​ຢວນ

1 2