ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-08 20:36:51    
ຈີນ​ໃຊ້​ມາດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຢຸກ​ຢາ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ

cri

ຕາມ​ຂ່າວCRI:ວັນ​ທີ8​ພຶດສະພາ​ນີ້, ຢູ່​ທີ່​ປັກ​ກິ່ງ, ນາງ​ອຽນຈ່ຽງອີ່​ງ ​ໂຄສົກກົມກວດກາ​ຄຸ້ມ​ຄອງອາຫານ ​ແລະ ຢຸກຢາ​ແຫ່ງຊາດ​ຈີນ​ກ່າວ​ວ່າ, ຢູ່​ນະຄອນຫຼວງ​ປັກ​ກິ່ງ ​ແລະ ອີກ5​ເມືອງ​ຈັດ​ງານ​ກິລາ​ໂອ​ລິ​ມປິກ, ​ແຕ່ລະ​ເມືອງ​ລ້ວນ​ແຕ່​ໄດ້​ກຳນົດມາດ​ຕະການ​ລະອຽດ​​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພດ້ານຢຸກຢາ​ງານ​ກິລາ​ໂອ​ລິ​ມປິກ ​ແລະ ອຸປະກອນ​ປິ່ນປົວ.

ນາງ​ອຽນຈ່ຽງອີ່​ງກ່າວ​ວ່າ, ມາດ​ຕະການ​ເຫຼົ່າ​ນີ້​ທັງ​ຕ້ອງ​ຮັບປະກັນ​ການສະ​ໜອງ​ຢຸກຢາ​ຢ່າງ​ປອດ​ໄພຂອງ​ຕົວ​ເມືອງ​ຈັດການ​ແຂ່ງຂັນ​ ​ເທົ່າ​ນັ້ນ,ຍັງ​ຕ້ອງ​ຮັບປະກັນປະ​ເພດ​ຢຸກຢາ​ສາມາດຕອບ​ສະໜອງ​ກັບ​ຄວາມ​ຕ້ອງການ. ພ້ອມ​ກັນ​ນັ້ນ, ຈະ​ເພິ່ມທະວີການ​ຕິດຕາມ​ວັດ​ແທກຢາ​ກະ​ຕຸ້ນ​ໃນ​ການສະ​ໜອງ​ຢຸກຢາ, ປ້ອງ​ກັນ​ບໍ່​ໃຫ້ນັກ​ກິລາຫຼົງ​ກິນ​ຫຼົງ​ໃຊ້ຢາ​ທີ່​ມີ​ສານ​ກະ​ຕຸ້ນ.

ນາງ​ຍັງ​ແນະນຳ​ວ່າ,ນັບ​ແຕ່​ອາທິດ​ໜ້າ​ເປັນ​ຕົ້ນ​ໄປ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ ​ຈີນ​ຈະ​ກວດກາ​ສະພາບຄຸ້ມ​ຄອງ​ຢາ​ກະ​ຕຸ້ນ​ຢູ່16​ແຂວງ ​ແລະ 6ຕົວ​ເມືອງ​ທີ່​ຈັດ​ຂຶ້ນ​ງານ​ກິລາ​ໂອ​ລິ​ມປິກ ເຊິ່ງລວມທັງ​ນະຄອນ​ຫຼວງປັກ​ກິ່ງ, ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພດ້ານຢຸກຢາຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.