ໜັງສືພິມເຢີນມິນຢື້ປ້າວລາຍງານວ່າ: ຫວ່າງມໍ່ໆນີ້ໃນເວລາໃຫ້ສຳພາດຂ່າວ, ທ່ານຫວາງຈ້ຽນ ຮອງຫົວໜ້າຫ້ອງການໜ່ວຍນຳພາການຫຼຸດຜ່ອນຄວາມທຸກຍາກເຂດຕິເບດຂອງຈີນກ່າວວ່າ, ຊາວກະສິກອນແມ່ນຜູ້ໄດ້ຮັບຜົນປະໂຫຍດຈາກການພັດທະນາເຂດຕິເບດຕະຫຼອດມາ.
ທ່ານຫວາງຈ້ຽນກ່າວວ່າ, ພາຍຫຼັງເຂດຕິເບດປະຕິບັດການປະຕິຮູບຢູ່ປະຊາທິປະໄຕເມື່ອປີ 1959 ມານີ້, ຂ້າທາດກະສິກອນລ້ານກວ່າຄົນໄດ້ກາຍເປັນເຈົ້າຂອງບ້ານເມືອງ. ລັດຖະບານໄດ້ໃຊ້ນະໂຍບາຍພິເສດທຸກຢ່າງເພື່ອຊ່ອຍເຫຼືອຊາວກະສິກອນເຂດຕິເບດປັບປຸງເງື່ອນໄຂການຜະລິດແລະຊີວິດການເປັນຢູ່ກວ່າເກົ່າ. ປີ 2007, ຊີວິດການເປັນຢູ່ຂອງຊາວກະສິກອນເຂດຕິເບດໄດ້ບັນລຸລະດັບທີ່ເຫຼືອຢູ່ເຫຼືອກິນໂດຍພື້ນຖານ, ຮອດປີ 2010, ເຂດຕິເບດຈະບັນລຸເປົ້າໝາຍທີ່ລາຍໄດ້ຂອງຊາວກະສິກອນສະເລ່ຍຕໍ່ຫົວຄົນເຂົ້າສູ່ລະດັບກາງຂອງທົ່ວປະເທດ.
ທ່ານຫວາງຈ້ຽນກ່າວວ່າ, ການພັດທະນາຂອງເຂດຕິເບດໄດ້ເພີ່ມສະວັດດີການໃຫ້ແກ່ຊາວກະສິກອນຢ່າງແທ້ຈິງ, ນະໂຍບາຍຫຼຸດຜ່ອນຄວາມທຸກຍາກທີ່ລັດຖະບານໃຫ້ເຂດຕິເບດເປັນພິເສດນັ້ນໄດ້ເຮັດໃຫ້ຊາວກະສິກອນໄດ້ຮັບຜົນປະໂຫຍດຈາກການພັດທະນາແລະການຫຼຸດຜ່ອນຄວາມທຸກຍາກ.
|