ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-09 16:38:55    
ທ່ານ​ຫູ​ຈີນ​ທາວ​ພົບ​ປະ​ສະ​ມາ​ຊິກ​ສຳ​ຄັນ​ຂອງ​ສະ​ຫະ​ພັນ​ສະ​ມາ​ຊິກ​ສະ​ພາ​ທີ່ສະ​ຫນັບ​ສະ​ຫນູນ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຂອງ​ຍີ່​ປຸ່ນ

cri

ຕາມ​ຂ່າວ cri: ຕອນ​ເຊົ້າວັນ​ທີ 9 ພຶດສະພາ​ນີ້ຢູ່​ໂຕ​ກຽວ ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ທີ່​ພວມ​ຢ້ຽມຢາມ​ຍີ່​ປຸ່ນທາງ​ລັດຖະກິດ​ໄດ້ພົບ​ປະ​ສະມາຊິກ​ສຳຄັນ​ຂອງ​ສະຫະພັນສະມາຊິກ​ສະພາ​ທີ່​ສະຫນັບສະຫນູນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຂອງ​ຍີ່​ປຸ່ນທີ່​ມີ​ທ່ານ​ໂຄ​ໂນ ​ໂຢ​ເຮ​ອີ ປະທານ​ສະພາ​ຕ່ຳ​ເປັນ​ຫົວຫນ້າ.

ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ,ພັກ​ຕ່າງໆ​ທີ່​ກຳ​ອຳນາດ​ແລ​ະບໍ່​ກຳ​ອຳນາດ​ຂອງ​ຍີ່​ປຸ່ນຸບໍ່ຖື​ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ພັກຕ່າງໆ,ສ້າງຕັ້ງສະຫະພັນ​ສະມາຊິກ​ສະພາ​ທີ່​ສະຫນັບສະຫນູນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ນີ້​ໄດ້​ສະ​ແດງ​​ໃຫ້​ເຫັນ​ເຖິງ​ມິດຕະພາບ​ຂອງ​ປະຊາຊົນ​ຍີ່​ປຸ່ນທີ່​ມີ​ຕໍ່​ປະຊາຊົນ​ຈີນ.ທ່ານ​ກ່າວ​ວ່າ:

ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ປະ​ເທດອາຊີ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ທີ​ສາມ​ຫລັງຈາກ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ຈັດ​ຂຶ້ນ​ຢູ່​ໂຕ​ກຽວ​ໃນ​ປີ 1964​ແລະ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ຈັດ​ຂຶ້ນ​ຢູ່​ເຊ​ອຸ່ນ​ໃນ​ປີ 1988.ງານ​ກິລາ​ນີ້ບໍ່​ພຽງ​ແຕ່​​ເປັນ​ງານ​ກິລາ​ຂອງ​ປະຊາຊົນ​ຈີນ​ທໍ່​ນັ້ນ, ຍັງ​ເປັນ​ງານ​ກິລາ​ຂອງປະຊາຊົນ​ອາຊີ​ເຊິ່ງລວມທັງ​ຍີ່​ປຸ່ນ​ແລະປະຊາ​ຊົນ​ປະ​ເທດ​ຕ່າງໆໃນ​ທົ່ວ​ໂລກ.ລັດຖະບານ​​ແລະ​ປະຊາຊົນ​ຈີນ​ຈະ​ປະຕິບັດ​ຕາມ​ຄຳ​ຫມັ້ນສັນຍາ​ຂອງ​ຕົນຕໍ່​ປະຊາ​ຄົມ​ໂລກ​ຢ່າງ​ແທ້​ຈິງ,ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງນີ້​ໃຫ້​ດີ.

ທ່ານ​ໂຄ​ໂນ ​ໂຢ​ເຮ​ອີ ປະທານ​ສະພາ​ຕ່ຳ​ຍີ່​ປຸ່ນ ປະທານສະຫະພັນ​ສະມາຊິກ​ສະພາ​ທີ່​ສະຫນັບສະຫນູນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ:

ຄື​ດັ່ງ​ທີ່​ທ່ານ​ປະທານ​ຫູ​ຈີນ​ທາວ​ເວົ້າມານັ້ນ, ພວກ​ຂ້າພະ​ເຈົ້າກໍ່​ເຫັນ​ວ່າ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ບໍ່​ພຽງ​ແຕ່​ແມ່ນ​ງານ​ກິລາ​ໂອ​ລິ​ມປິກ​ຂອງ​ຈີນ​ທໍ່ນັ້ນ, ກໍ່​ແມ່ນ​ງານ​ກິລາ​ໂອ​ລິ​ມປິກ​ຂອງ​ອາຊີ​ຄື​ກັນ, ພວກ​ຂ້າພະ​ເຈົ້າຫວັງ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງນີ້​ຈົ່ງໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ຫນ່ວຍ.