ໂຄງການສຳຄັນຂອງຕິເບດດຳເນີນຕາມແຜນການ
cri
Author: mo
ຕາມຂ່າວສານຊີນຮວາ: ຄະນະກຳມະການການພັດທະນາແລະການປະຕິຮູບຂອງເຂດປົກຄອງຕົນເອງຕິເບດແຈ້ງໃຫ້ຊາບວ່າ, ໄຕມາດທີໜຶ່ງປີນີ້, ໂຄງການສຳຄັນຂອງຕິເບດໄດ້ດຳເນີນໄປຕາມແຜນການ, ລັດລົງທຶນ 3 ຕື້ 600 ລ້ານກວ່າຢວນ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍນີ້ 8 ເທົ່າ, ສ້າງສະຖິຕິສູງສຸດໃນປະຫວັດສາດ.
ຄະນະກຳມະການການພັດທະນາແລະການປະຕິຮູບເຂດປົກຄອງຕົນເອງຕິເບດແຈ້ງວ່າ, ໃນ 180 ໂຄງການທີ່ດຳເນີນແຕ່ປີ 2006 ຫາປີ 2010 ທີ່ລັດຖະບານຈີນຕົກລົງສ້າງນັ້ນ, ມີ 159 ໂຄງການໄດ້ສຳເລັດການວາງແຜນ, ຄົ້ນຄວ້າ, ຈັດຕັ້ງປະຕິບັດ,ຫຼືໄດ້ອອກແບບເບື້ອງຕົ້ນແລ້ວ. 180 ໂຄງການດັ່ງກ່າວນີ້ລວມທັງໂຄງການສຳຄັນຕ່າງໆເຊັ່ນທາງລົດໄຟຊິງຫາຍຕິເບດຕອນລາຊາຫາຢື້ຄາເຈີ, ສະໜາມບິນອາລີຄຸນຊາ ແລະອື່ນໆ. ລັດຖະບານກາງຈະລົງທຶນຫຼາຍກວ່າ 100 ຕື້ຢວນ.
|
|