ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-10 20:32:19    
5​ປະ​ເທດ​ອາ​ຊຽນ​ຕົກ​ລົງ​ເໝົາ​ຫໍ​ວາງ​ສະ​ແດງ​ເພື່ອ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນ​ຄັ້ງ​ທີ​5

cri
ຕາມ​ຂ່າວສານ​ຊິນຮວາ,ວັນ​ທີ9​ພຶດສະພາ​ນີ້,ກອງ​ເລຂາຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ,​​ໃນ​ງາ​ນວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ5,​ໄທ​ຈະ​ເໝົາ​ຫໍ​ວາງ​ສະ​ແດງ​ໃຫຍ່​ທີ່​ເປັນ​ຂອງ​ຕົນ​ເອງ​ເພື່ອ​ວາງສະ​ແດງ​ສິນຄ້າ​ປະ​ເທດ​ຕົນ​ຄື​​ທີ່​ຜ່ນ​ມາ,ນັບ​ມາ​ຮອດ​ປັດຈຸບັນ,​ໄດ້​ມີ5​ປະ​ເທດ​ອາ​ຊຽນ​ເໝົາ​ຫໍ​ວາງສະ​ແດງ​ເພື່ອ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​-ອາ​ຊຽນຄັ້ງ​ທີ5.

ວັນ​ທີ9​ພຶດສະພາ​ນີ້,ຢູ່​ບາງ​ກອກ ນະຄອນຫຼວງ​ຂອງ​ໄທ,ກອງ​ເລຂາ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນກັບກົມສົ່ງ​ເສີມ​ການ​ຄ້າ​ຂາອອກ​ກະ​ຊວງ​ພາ​ນິດ​ຂອງ​ໄທ​ໄດ້​ເຊັນ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ.​ຕາມ​ສັນ​ຍາ​ສະ​ບັບ​ນີ້,​ໃນ​ໄລ​ຍະ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ,​ໄທ​ຈະ​ເໝົາ​ຫໍ​ວາງ​ສະ​ແດງ​ເລກ​5,​ໃຊ້​ບ່ອນ​ວາງສະ​ແດງ​169​ບ່ອນ,​ເພື່ອ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ,​ຂອງ​ຂວັນ,​ຜະ​ລິດ​ຕະ​ພັນ​ຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂຕຼ​ນິກ​ເປັນ​ຕົ້ນ,​ຈຳ​ນວນ​ບ່ອນ​ວາງ​ສະ​ແດງ​ຫຼາຍ​ກວ່າ​ ທຸກ​ຄັ້ງ​ທີ່​ຜ່ານ​ມາ.

ປັດ​ຈຸ​ບັນ,​ກຳ​ປູ​ເຈຍ ມາ​ເລ​ເຊຍ ມຽນມາ​ໄທ​ແລະ​ຫວຽດ​ນາມ​ໄດ້​ເຊັນ​ສັນ​ຍາ​ເໝົາ​ຫໍ​ວາງ​ສະ​ແດງ​ແລ້ວ,​ຈຳ​ນວນ​ບ່ອນ​ວາງ​ສະ​ແດງ​ຂອງ​ປະ​ເທດ​ອາ​ຊຽນ​ຄາດ​ວ່າ​ຈະ​ຫຼາຍ​ກວ່າ​ງານ​ວາງ​ສະ​ແດງ​ຄັ້ງ​ທີ່​ແລ້ວ​.