ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-11 18:40:44    
ນັກ​ສິ​ລະ​ປິນ​ຂອງ​ຈີນ​ສົ່ງ​ຈົດ​ໝາຍ​ເຊື້ອ​ເຊີນ​ນັກ​ສິ​ລະ​ປິນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ໄປ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri
ຕາມ​ຂ່າວສານ​ຈີນ,ວັນ​ທີ11​ພຶດສະ​ພາ​ນີ້,ຢູ່​ທີ່​ປັກ​ກິ່ງ,ນັກ​ສິລະ​ປິນທີ່​ມີ​ຊື່​ສຽງ​ຂອງ​ຈີນ​100​ກວ່າ​ຄົນ​ໄດ້ສົ່ງຈົດໝາຍ​ເປີດ​ຊອງ​​ໄປ​ຍັງ​ນັກ​ສິລະ​ປິນປະ​ເທດ​ຕ່າງໆ​ໃນ​ໂລກ​ເພື່ອ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ມາປັກ​ກິ່ງ​ເຂົ້າ​ຮ່ວມ​ກິດຈະກຳ​ວັດທະນະທຳ​ທີ່ສຳຄັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ຈົດໝາຍ​ເປີດຊອງ​​ຂຽນ​ວ່າ,ຜ່ານ​ຈາກ​ກິດຈະກຳ​ວັດທະນະທຳ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ຈີນ​ຈະ​ສ້າງ​​ເວທີ​ສິລະ​ປະວັດ​ທະນະ​ທຳ​​ໃຫ້​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ​ໃນ​ໂລກ​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ,ສົ່ງ​ຄວາມ​ອວຍພອນ​ອັນ​ດີງາມ​ທີ່"​ໂລກ​ດຽວ​ກັນ ຄວາມ​ຝັນ​ດຽວ​ກັນ"ຂອງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ,​ ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ແລະ​ຄວາມ​ຈິງ​ໃຈ​ຂອງ​ປະຊາຊົນ​ຈີນ​ທີ່​ຍຶດ​ໝັ້ນ​"ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ,ສະ​ແຫວ​ງຫາ​ສິ່ງ​ທີ່​ຄື​ກັນ ສະຫງວນ​ສິ່ງ​ທີ່​ຕ່າງ​ກັນ​ເຄົາ​ລົບ​ຄວາມ​ຫາກ​ຫຼາຍ​ຂອງ​ໂລກ,ພ້ອມ​ກັນ​ຊຸກ​ຍູ້​ຄວາມ​ ຈະ​ເຮືອນ​ຮຸ່ງ​ເຮືອງ​ແລະ​ຄວາມ​ກ້າວໜ້າ​ຂອງ​ອາລະຍະ​ທຳມວນ​ມະ​ມຸດ"