ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-11 18:48:54    
ນັກ​ເສດ​ຖະ​ສາດ​ຈີນ​ກ່າວ​ວ່າ​ເສດ​ຖະ​ກິດ​ຈີນ​ຫຼັງ​ງານ​ກິ​ລາ​ໂອ​ລິມ​ປິກ​ຈະ​ບໍ່​ຊຸດ​ໂຊມ​ລົງ

cri
ຕາມ​ຂ່າວCRI,ວັນ​ທີ11​ພຶດສະພາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ລິນ​ອີ້​ຟູ ນັກ​ເສດຖະສາດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ທີ່​ຈະ​ດຳລົງ​ຕຳ​ແໜ່​ງນັກ​ເສດຖະສາດ​ຜູ່​ທີ​ໜຶ່ງ​ຂອງ​ທະນາຄານ​ໂລກ​ໃນ​ທ້າຍ​ເດືອນ​ນີ້​ກ່າວ​ວ່າ,​ຫຼັງ​ຈາກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ສິ້ນ​ສຸດ​ລົງ​ແລ້ວ,​ເສດຖະກິດ​ຈີນ​ຈະ​ບໍ່​ຊຸດ​​ໂຊມ​ລົງ.

 ທ່ານ​ລີ​ນອີ້​ຟູ​ກ່າວ​ວ່າ,​ເສດຖະກິດ​ຈີນ​ມີ​ຂະໜາດ​ໃຫຍ່​ຫຼາຍ,ການ​ລົງທຶນ​ໃນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຂອງ​ຈີນ​ພຽງ​ແຕ່​ກວມ​ສ່ວນ​ໜ້ອຍ​ທີ່​ສຸດ,ມັນ​ຈະ​ບໍ່​ກະ​ທົບ​ກະ​ເທືອ​ນ​ເຖິງ​ເສດຖະກິດ​ຈີນ.ອີກ​ດ້ານ​ໜຶ່ງ,​ໃນ​ຖານະ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ,​ຈີນ​ຍັງ​ມີ​ຊ່ອງ​ຫວ່າງ​ອັນກວ້າງ​ໃຫຍ່​ໃນ​ການ​ລົງທຶນ​ດ້ານ​ພື້ນຖານ​ໂຄງ​ລ່າງ,ຜະ​ລິດ​ຕະ​ກຳ​ກໍ່​ຈະ​ຍົກ​ລະ​ດັບ​ໃຫ້​ສູ​ງຂຶ້ນ​ເລື້ອຍໆ,ທັງ​ໝົດ​ເຫຼົ່າ​ນີ້​ແລ້ວ​ແຕ່​ຈະ​ຊຸກ​ຍູ້​ໃຫ້​ເສດຖະກິດ​ເຕີບ​ໂຕ.