ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-11 18:53:47    
ຕິ​ເບດ​ອອກ​ແຮງ​ເພີ່ມ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເຂົ້າ​ໃນ​ຢາ​ຕິ​ເບດ​ໃຫ້​ຫຼາຍ​ຂຶ້ນ

cri
ຕາມ​ຂ່າວສານ​ຊິນວາ,ປັດຈຸບັນ,​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຈີນ​ພວມ​ອອກ​ແຮງ​ເພີ່ມ​ວິ​ທະ​ຍາ​ສາດ​ເຕັກນິກ​ເຂົ້າ​ໃນ​ຢາຕິ​ເບ​ດ​ໃຫ້ຫຼາຍ​ຂຶ້ນ​ເພື່ອເພີ່ມ​ຄວາມ​ສາ​ມາດ​ແຂ່ງ​ຂັນ​ໃນ​ຕະ​ຫຼາດ.

ຢາຕິ​ເບ​ດມີ​ປະຫວັດ2300​ກວ່າ​ປີ​ແລ້ວ,ຢາ​ພື້ນ​ເມືອງ​ຕິ​ເບ​ດສ່ວນ​ຫຼາຍ​ແມ່ນ​ພືດ​ສະ​ໝູນ​ໄພ​ເມືອງ​ທັງ​ໝົດ,​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໜ້ອຍ​ທີ່​ສຸດ.​ໂຮງ​ງານ​ຜະ​ລິດ​ຢາ​ຕິ​ເບດ​ສ່ວນ​ໜຶ່ງ​ມີ​ອຸ​ປະ​ກອນ​ແລະ​ເຕັກນິກ​ການ​ຜະລິດ​ຫຼ້າ​ຫຼັງ,ປັດ​ໄຈ​ເຫຼົ່າ​ນີ້​ໄດ້​ຜູກ​ມັດ​ການ​ພັດ​ທະ​ນາ​ຂອງ​ຢາ​ຕິ​ເບ​ດ.​ເພື່ອ​ປ່ຽນ​ແປງ​ສະພາບ​ດັ່ງກ່າວ,​ໃນ​ຫຼາຍ​ປີ​ມາ​ນີ້,​ແຕ່ລະ​ປີ,ຕິ​ເບ​ດ​ໄດ້​ໃຊ້​ງົບ​ປະ​ມານ​ຢ່າງ​ຫຼວງ​ຫຼາຍ,​ເພີ່ມ​ຄວາມ​ແຮງ​ໃນ​ການ​ປັບປຸງ​ແລະ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​ດ້ານ​ເຕັກ​ນິກ​ຂອງ​ວິ​ສາ​ຫະກິດ​ຢາຕິ​ເບ​ດ,ການ​ຜະລິດ​ແລະ​ການ​ຄຸ້ມ​ຄອງ​ຂອງ​ຢາຕິ​ເບ​ດ​ເປັນ​​ແຜ​ບ​ແຜນ​ລະບຽບ​ເທື່ອ​ລະ​ກ້າວ.