ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-12 10:03:56    
ເງື່ອນ​ໄຂ​ທີ່​ມີ​ຜົນ​ດີ​ຂອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ຕໍ່​ຕ້ານ​ຄວາມ​ສ່ຽງ​ເສດ​ຖະ​ກິດ​ພາຍ​ນອກ​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ11​ພຶດສະພາ​ນີ້,ຢູ່​ທີ່​ປັກ​ກິ່ງ ທ່ານ​ເຮີ​ຢ້າ​ເຟີຍ ຜູ່​ຊ່ວຍ​ລັດ​ຖະ​ມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ປັດຈຸບັນ,​ເງື່ອນ​ໄຂ​ທີ່​ມີ​ຜົນ​ດີ​ຂອງ​ທົ່ວ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ຕໍ່ຕ້ານ​ຄວາມ​ສ່ຽງ​ເສດຖະກິດ​ພາຍ​ນອກ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

ທ່ານ​ເຮີ​ຢ້າ​ເຟີ​ຍ​ໄດ້ກ່າວ​ ໃນ​ເວລາ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ການ​ລົງທຶນ​ອາຊີ​ຕາ​ເວັນ​ອອກ2008​​ໂດຍ​ມີ​ສະມາຄົມວິຊາ​ການການ​ພົວພັນ​ລະຫວ່າງ​ຊາດ​ຂອງ​ຈີນ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ.

ທ່ານ​ກ່າວ​ວ່າ,​ໂດຍ​ໄດ້ຖືກ​ຜົນ​ກະທົບ​ຈາກ​ເສດຖະກິດ​ໂລກ​ບໍ່​ໝັ້ນ​ທ່ຽງ,​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ກໍ່​ມີ​ແຮງ​ກົດ​ດັນ​ຫຼາຍ​ຂຶ້ນ​ໃນ​ດ້ານ​ເສດຖະກິດ​ເຕີບ​ໂຕ​ແລະ​​ສັງຄົມ​ພັດທະນາ.​ແຕ່​ກໍ່​ຕ້ອງຮັບ​ຮູ້​ວ່າ,​ເວົ້າ​ໃນ​ປັດຈຸບັນ​ແລ້ວ,​​ເງື່ອນ​ໄຂ​ທີ່​ມີ​ຜົນ​ດີຂອງທົ່ວ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ຕໍ່ຕ້ານ​ຄວາມ​ສ່ຽງ​ເສດຖະກິດ​ພາຍ​ນອກ​ມີຫຼາຍ​ກວ່າ​ໄລຍະ​ວິ​ກິດ​ການ​ດ້ານ​ການ​ເງິນ​​ໃນ​ອາຊີ​ປີ1997​ຢ່າງ​ເດັ່ນ​ຊັດ.

ທ່ານ​ເຮີ​ຢ້າ​ເຟີ​ຍກ່າວ​ວ່າ,10ປີ​ມາ​ນີ້,​ເສດ​ຖະ​ກິດ​ອາຊີ​ຕາ​ເວັນ​ອອກ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ ໝັ້ນ​ທ່ຽງ​ແລະ​ວ່ອງ​ໄວ,ການ​ປັບປຸງ​ອົງ​ປະກອບ​ເສດ​ຖະ​ກິດ​ກໍ່​ໄດ້​ຮັບ​ໝາກ​ຜົນ​ອັນ​ເດັ່ນ​ຊັດ, ​ເງິນ​ຕາ​ຕ່າງປະ​ເທດ​ໃນຄັງ​ສຳ​ຮອງ​ມີ​ຢ່າງ​ພຽງ​ພໍ​ທີ່​ສຸດ,​ຄວາມ​ສາ​ມາດ​ໃນ​ການ​ເອົາ​ຊະນະ​ກັບຄວາມ​ສ່ຽງດ້ານ​ການ​ທະນາຄານ​ກໍ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.ນອກ​ນີ້,​ການ​ປັບ​ປຸງ​ແລະ​ປະສານ​ງານ​ດ້ານ​ນະ​ໂຍບາຍ​ມະຫາ​ພາກ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ກໍ່​ພວມ​ດຳ​ເນີນ​ຢູ່,​ຄວາມ​ສາ​ມາດ​ທີ່​ເຮັດ​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ນັ້ນ​ກໍ່​ໄດ້​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.