ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-12 13:24:07    
ການ​ຄົ້ນ​ຄວ້າ​ຜະ​ລິດ​ຍົນ​ຂະ​ໜາດ​ໃຫຍ່​ຂອງ​ຈີນ​ຈະ​ຍົກ​ສູງ​ລະ​ດັບ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ຈີນ​ຢ່າງ​ຫຼວງ​ຫຼາຍ

cri
ຕາມ​ຂ່າວ CRI: ວັນ​ທີ 11 ພຶດສະພາ​ນີ້, ຂ່າວສານ​ຊິ່ນ​ຮວາ​ເຊິ່ງ​ເປັນ​ຂ່າວສານ​ຂອງ​ລັດຖະບານ​ຈີນ​ໄດ້​ລົງ​ພິມ​ບົດ​ຄວາມ​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ທີ່​ພາດ​ຫົວ​ເລື່ອງ​ວ່າ "​ເຮັດ​ໃຫ້​ຍົນ​ຂະໜາດ​ໃຫຍ່​ຂອງ​ຈີນ​ບິນ​ຂຶ້ນ​ສູ່​ທ້ອງຟ້າ", ​ໃນ​ບົດ​ຄວາມ​ຂອງ​ນາຍົກ​ຈີນຂຽນ​ວ່າ, ການ​ຄົ້ນຄວ້າ​ຜະລິດ​ຍົນ​ຂະໜາດ​ໃຫຍ່​ຂອງ​ຈີນ​ຈະ​ຍົກ​ສູງ​ລະດັບ​ວິທະ​ຍາສາດ​ເຕັກ​ນິກ​ຂອງ​ຈີນ​ຢ່າງ​ຮອບດ້ານ​​ແລະ​ຫຼວງຫຼາຍ.

ໃນ​ມື້​ທີ່​ລົງ​ພິມບົດ​ຄວາມ, ບໍລິສັດ​ຍົນ​​ໂດຍ​ສານ​ຈີນຈຳ​ກັດ​ທີ່​ຮັບ​ຜິດ​ຊອບ​ການ​ຄົ້ນຄວ້າ​ຜະລິດ​ຍົນ​ໂດຍສານ​ຂະໜາດ​ໃຫຍ່​ຂອງ​ຈີນ​ສ້າງຕັ້ງ​ຂຶ້ນ​ຢູ່​ຊຽງ​ໄຮ້. ການ​ສ້າງຕັ້ງ​ບໍລິສັດ​ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຄົ້ນຄວ້າ​ຜະລິດ​ຍົນ​ຂະໜາດ​ໃຫຍ່​​ໂດຍ​ສະ​ເພາະ​ຍົນ​ໂດຍສານ​ຂະໜາດ​ໃຫຍ່​ໄດ້​​ເຂົ້າ​ສູ່ໄລຍະຈັດ​ຕັ້ງ​ປະຕິບັດ​ຢ່າງ​​ແທ້​ຈິງ​ແລ້ວ.