ພາຍຫຼັງເກີດແຜ່ນດິນໄຫວແລ້ວ,ທ່ານຫູຈີນທ່າວ ປະທານປະເທດຈີນໄດ້ສັ່ງໃຫ້ພາກສ່ວນກ່ຽວຂ້ອງລົງກວດກາແລະໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບບາດເຈັບຢ່າງຮີບດ່ວນ,ເພື່ອຮັບປະກັນຄວາມປອດໄພທາງຊີວິດຂອງປະຊາຊົນຢູ່ເຂດປະສົບໄພ.ທ່ານເວີ່ນເຈຍປາວ ນາຍົກລັດຖະມົນຕີຈີນພວມເດີນທາງໄປເຂດປະສົບໄພເພື່ອຊີ້ນຳວຽກງານກູ້ໄພ.ກອງເສນາທີການໃຫຍ່ກອງທັບປົດປ່ອຍປະຊາຊົນຈີນກໍ່ໄດ້ອອກຄຳສັ່ງຢ່າງວ່ອງໄວໃຫ້ກອງທັບປະຈຳເຂດທະຫານເຊິງຕູ່ໄປຊ່ວຍອົງການປົກຄອງທ້ອງຖິ່ນສຳຫຼວດສະພາບແຜ່ນດິນໄຫວຢ່າງລະອຽດ,ທຳການກະກຽມກູ້ໄພໃຫ້ດີຕາມແຜນການຮັບມືກັບກໍລະນີສຸກເສີນ,ກຽມກູ້ໄພໄດ້ທຸກເວລາ.
 (ວັນທີ 12 ພຶດສະພານີ້,ປະຊາຊົນະຄອນເຊິງຕູ່ອອກໄປຖະໜົນເພື່ອຄວາມປອດໄພ.)
 (ວັນທີ 12 ພຶດສະພານີ້,ປະຊາຊົນະຄອນເຊິງຕູ່ອອກໄປຖະໜົນເພື່ອຄວາມປອດໄພ.)
1 2 3
|