ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-12 17:56:31    
ຈີນ​ຕ້ອງ​ເພີ່ມທະວີ​ແລະ​ປັບ​ປຸງ​ການ​ດັດ​ສົມ​ມະ​ຫາ​ພາກ,​ປ້ອງ​ກັນ​ບໍ່​ໃຫ້​ເສດ​ຖະ​ກິດ​ເໜັງ​ຕິງ​ຢ່າງ​ຮຸນ​ແຮງ

cri Author: d
ຕາມ​ຂ່າວCRI: ວັນ​ທີ12ພຶດສະພາ​ນີ້ ​ໃນ​ກອງ​ປະຊຸມຜ່ານ​ຈໍ​ໂທລະພາບ​​ກ່ຽວ​ກັບ​ການສຳ​ຫຼວດ​ເສດຖະກິດ​ທົ່ວ​ປະ​ເທດ​ຄັ້ງທິ2 ທ່ານ​ຫຼີ້​ເຄີ້ຊຽງ ຮອງ​ນາຍົກລັດຖະ ມົນຕີ​ຈີນກ່າວວ່າ,​ໃນ5ປີຜ່ານມາ​ນີ້,GDPຈີນທີ່​ສະ​ເລ່ຍຕໍ່​ປີ​ເພີ່ມ​ຂຶ້ນ10%ຂຶ້ນ​ໄປຈາກ​ອັນດັບ​6​ຂອງໂລກ​ຂຶ້ນ​ມາ​ເປັນອັນດັບ4.​ແຕ່​ວ່າ​ໃນ​ການ​ພັດທະນາ​ເສດຖະ ກິດ​ກໍ່​ຍັງ​ມີປັດ​ໄຈ​ທີ່​ບໍ່​ໝັ້ນທ່ຽງ​ແລະບໍ່​ປອດ​ໃສ,ສະນັ້ນຕ້ອງ​ເພີ່ມ​ທະວີ​​ແລະ​ປັບປຸງ​ການ​ດັດສົມມະຫາ​ພາກ,ປ້ອງ​ກັນ​ບໍ່​ໃຫ້​ເສດຖະກິດ​ເໜັງ​ຕິງ​ແຮງ​ເກີນ​ໄປ.

ທ່ານ​ກ່າວ​ວ່າ,ການສຳ​ຫຼວດເສດຖະກິດ​ທົ່ວ​ປະ​ເທດ​ຄັ້ງນີ້,ຈະ​ສະໜອງ​ຂໍ້​ມູນ​ວິທະຍາສາດ​ໃຫ້ການຕັດສິນ​ນະ​ໂຍບາຍ​ທີ່​ດັດ​ສົມ​ມະຫາ​ພາກ,ມີ​ບົດບາດ​ສຳຄັນ​ທີ່​ສຸດ​ຕໍ່​ການ​ຊຸກຍູ້​ໃຫ້ພັດທະນາ​ເສດຖະກິດຢ່າງ​ໝັ້ນທ່ຽງ​​ແລະ​ວ່ອງ​ໄວ. ອົງການ​ສຳ​ຫຼວດທຸກຂັ້ນ​ແລະ​ພະນັກງານ​ຕ້ອງສຳ​ຫຼວດສະພາບ​ຕົວ​ຈິງ,​ແຈ້ງຂໍ້​ມູນສຳ​ຫຼວດຢ່າງ​ທັນ​ການ,​ເຮັດ​ໃຫ້​ຜົນ​ການສຳ​ຫຼວດມີ​ຜົນ​ປະ​ໂຫຍ​ດຕໍ່​ສັງຄົມ.